ວັນຈັນ ທີ 9 ທັນວາ 2019 14:10:48
ຄໍລຳປະຈຳວັນນີ້ ເລີ່ມຈາກຂ່າວອົງການອະນາໄມໂລກແນະນຳໃຫ້ ຊາວໂລກມີເວລາອອກກຳລັງກາຍຢ່າງເໝາະສົມ ແລະ ເລື່ອງບໍລິສັດໃຈຈີນ ປະກາດຍົກເລີກການໃຊ້ແຮງງານນັກຮຽນເຝິກງານ.
ທີ່ອົງການອະນາໄມໂລກ: ຄວາມກ້າວໜ້າແບບກະໂດດຂັ້ນທາງດ້ານວິທະຍາສາດເຕັກໂນໂລຊີ ໄດ້ເຮັດໃຫ້ຊີວິດຊາວໂລກສະບາຍຂຶ້ນ ຍ້ອນມີຄວາມສະດວກສະບາຍຮອບດ້ານ ເຊັ່ນ: ມີລົດຕາງຕີນຍ່າງ ມີຫຸ່ນຍົນຊ່ວຍວຽກ ມີໂທລະສັບມືຖື ແລະ ເຄື່ອງມືສື່ສານຊ່ວຍຕິດຕໍ່ພົວພັນກັນ ໂດຍບໍ່ຈຳເປັນໄດ້ອອກແຮງຫອບສັງຂານໄປພົບກັນ ຢາກຊື້ເຄື່ອງ ຫຼື ອາຫານກໍ່ອາໄສອິນເຕີເນັດສັ່ງທາງອອນລາຍກໍ່ມາພ້ອມກັນ ຄວາມສະດວກສະບາຍເຫຼົ່ານີ້ ຊາວໂລກພັດປະເຊີນກັບບັນຫາສຸຂະພາບຍ້ອນຂາດການເຄື່ອນໄຫວຮ່າງກາຍເຮັດໃຫ້ລະບົບປະສາດອ່ອນແອ ຍ້ອນແນວນັ້ນເອງ ຈຶ່ງມີຂ່າວອອກມາໃນຕອນຕົ້ນເດືອນກັນຍາປີນີ້ວ່າ: ອົງການອະນາໄມໂລກໄດ້ອອກມາແນະນຳໃຫ້ຊາວໂລກ ໃນເກນອາຍຸຜູ້ໃຫຍ່ ອອກກຳລັງກາຍຢ່າງໜ້ອຍອາທິດລະ 150 ນາທີ (ປະມານມື້ລະ 20 ນາທີກວ່າ) ດ້ວຍຮູບການຍ່າງ ລອຍນ້ຳ ຫຼື ຂີ່ລົດຖີບ ຖ້າຫຼິ້ນກິລາແບບໃຊ້ແຮງຫຼາຍ ເຊັ່ນ: ແລ່ນ ຫຼື ກິລາປະເພດທິມ ແມ່ນ 75 ນາທີ ຕໍ່ອາທິດເປັນຢ່າງໜ້ອຍ.
ໃນປີ 2016 ອົງການອະນາໄມໂລກ ໄດ້ເຮັດການສຶກສາກ່ຽວກັບກິດຈະກຳຂອງປະຊາກອນຈຳນວນ 1,900 ລ້ານຄົນໃນ 168 ປະເທດ ແລະ ພົບວ່າຄົນໃນປະເທດຮັ່ງມີ ທີ່ມີຊີວິດການເປັນຢູ່ດີຂຶ້ນນັ້ນໄດ້ແຕ່ນັ່ງຢູ່ນອນກິນ ບໍ່ໄດ້ເຄື່ອນໄຫວຮ່າງກາຍເຮັດໃຫ້ ໜຶ່ງໃນສາມຂອງແມ່ຍິງ ແລະ ໜຶ່ງໃນສີ່ຂອງຜູ້ຊາຍສ່ຽງເປັນພະຍາດຫົວໃຈ ເບົາຫວານ ແລະ ມະເຮັງ ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ລັດຖະບານຂອງທຸກໆປະເທດສ້າງສິ່ງອຳນວຍຄວາມສະດວກສຳລັບໃຫ້ພົນລະເມືອງໄດ້ອອກກຳລັງກາຍ ເຊັ່ນ: ການຂີ່ລົດຖີບ ແລະ ຍ່າງ ຈັດກິດຈະກຳອອກກຳລັງກາຍລວມໝູ່ຕາມສະຖານທີ່ ກາງເດີ່ນ ຕາມສວນສາທາລະນະ ຕາມບ່ອນເຮັດວຽກ ແລະ ຕາມເຂດຊຸມຊົນ.
ທີ່ ສປ ຈີນ: ມີຂ່າວຈາກ ສປ ຈີນ ໃນທ້າຍປີ 2017 ວ່າ: ບໍລິສັດຂະໜາດໃຫຍ່ແຫ່ງໜຶ່ງຂອງຈີນ ທີ່ເປັນບໍລິສັດຕົ້ນຕໍຂອງໄອໂຟນ ແອັບເປິ້ນ ໄດ້ສັ່ງຢຸດການເຮັດວຽກລ່ວງເວລາແບບຜິດກົດໝາຍຂອງນັກສຶກສາເຝິກງານ ພາຍຫຼັງໄດ້ມີຂ່າວຮົ່ວໄຫຼອອກມາວ່າ ມີນັກສຶກສາເຝິກງານຢ່າງໜ້ອຍ 6 ຄົນໄດ້ເຮັດວຽກຫຼາຍກວ່າ 11 ຊົວໂມງຕໍ່ວັນໃນໂຮງງານຜະລິດ ໄອໂຟນ ສິບ (iphone x) ທີ່ມົນທົນເຫີນານ ຢູ່ ສປ ຈີນ ກົດໝາຍແຮງງານໄດ້ກຳນົດຫ້າມເດັກນ້ອຍ ເຮັດວຽກຫຼາຍກວ່າ 40 ຊົ່ວໂມງຕໍ່ອາທິດ ຕໍ່ບັນຫານີ້ທາງບໍລິສັດໄດ້ເປີດເຜີຍວ່າ ເດັກນັກຮຽນມັດທະຍົມໄດ້ເຂົ້າມາເຮັດວຽກຢູ່ບໍລິສັດດ້ວຍຄວາມສະໝັກໃຈ ແຕ່ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກລ່ວງເວລາ ສຳລັບກໍລະນີທີ່ເດັກ ນັກຮຽນໄດ້ເຮັດວຽກລ່ວງເວລາທີ່ໄດ້ກ່າວມາຂ້າງຕົ້ນນັ້ນ ທາງບໍລິສັດໄດ້ຈ່າຍຄ່າຊົດເຊີຍພ້ອມທັງໄດ້ປະກາດວ່າ ທາງບໍລິສັດ ແອັບເປິ້ນ ໄດ້ທຸ້ມເທເພື່ອຮັບປະກັນໃຫ້ທຸກໆຄົນໃນຂະບວນການຜະລິດໄດ້ຮັບການປະຕິບັດຕໍ່ດ້ວຍກຽດສັກສີ ແລະ ຄວາມເຄົາລົບ ທີ່ສົມຄວນໄດ້ຮັບ ສ່ວນບໍລິສັດ ຮັບຜິດຊອບການເຝິກງານຂອງຈີນ ກໍ່ໄດ້ອອກມາປະກາດວ່າ ຈະດຳເນີນການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ນັກຮຽນເຝິກງານເຮັດວຽກລ່ວງເວລາ ເພາະເປັນການລະເມີດກົດໝາຍ ແລະ ບໍ່ ສອດຄ່ອງກັບນະໂຍບາຍຂອງບໍລິສັດ ຂ່າວບອກວ່າ ທາງບໍລິສັດໄດ້ຈ້າງນັກຮຽນເຝິກງານເຂົ້າມາເຮັດວຽກໃນເດືອນກັນຍາ ປີ 2017 ເພື່ອຜະລິດ ໄອໂຟນ 10 (iphone x) ໃຫ້ທັນກັບຄວາມຕ້ອງການຂອງຕະຫຼາດ.