ວັນອັງຄານ ທີ 19 ກຸມພາ 2019 07:18:58
ສປ ກົງໂກ: ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ໃນນັ້ນເປັນສາມັນຊົນ 12 ຄົນ ແລະ ທະຫານ ຫຼືມືປືນອີກ 4 ຄົນ ລວມເຖິງມີຜູ້ບາດເຈັບ 8 ຄົນ ຈາກເຫດການໂຈມຕີຂອງກຸ່ມມືປືນ ເຂົ້າໃສ່ບ້ານແຫ່ງໜຶ່ງ ຢູ່ໃນເຂດພາກຕາເວັນອອກ ຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ (ສປ ກົງໂກ) ຊຶ່ງເປັນພື້ນທີ່ໆເກີດການພິພາດຢູ່ເປັນປະຈຳ ເພື່ອຍາດແຍ່ງເອົາທີ່ດິນ ລະຫວ່າງຊຸມຊົນ ເຮີມາ ທີ່ປະກອບການສ້ຽງສັດ ກັບກະສິກອນຊາວເລນດູ. ເຫດການໂຈມຕີດັ່ງກ່າວມີຂຶ້ນເມື່ອຄ່ຳຄືນ ຂອງວັນທີ 22 ກັນຍາທີ່ຜ່ານມາ.
ຕັງຊານີ: ສື່ສານໃນປະເທດຕັງຊານີ ລາຍງານວ່າ ໄລ່ມາຮອດວັນທີ 23 ຈຳນວນຜູ້ ເສຍຊີວິດ ຈາກເຫດການເຮືອຂ້າມຟາກຫຼົ້ມ ຢູ່ໃນໜອງ ວິກຕໍເຣຍ ທີ່ເປັນໜອງໃຫຍ່ ທີ່ສຸດຢູ່ໃນທະວີບ ອາຟະຣິກກາ ຊຶ່ງເກີດຂຶ້ນກ່ອນໜ້ານັ້ນສາມວັນ ໄດ້ເພີ່ີມຂຶ້ນເປັນ 224 ຄົນ ຈາກຈຳນວນຜູ້ທີ່ມີໜ້າຢູ່ໃນເຮືອປະມານ 265 ຄົນ ໃນຂະນະທີ່ວຽກງານກູ້ໄພ ຍັງສືບຕໍ່ດຳເນີນຢູ່. ໃນຂະນະດຽວກັນ ເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ ກອງກຳລັງກູ້ໄພ ໄດ້ຊ່ວຍເຫຼືອຜູ້ປະສົບໄພ ຂຶ້ນມາໄດ້ຕື່ມ 1 ຄົນ ເຮັດໃຫ້ຍອດຜູ້ເອົາຊີວິດລອດມາໄດ້ເພີ່ມຂຶ້ນເປັນ 41 ຄົນ.
ອີຣານ: ໂທລະພາບແຫ່ງລັດອີຣານ ຊ່ອງ al-Alam ລາຍງານເມື່ອວັນທີ 22 ກັນຍາວ່າ ມີຜູ້ເສຍຊີວິດ 29 ຄົນ ແລະ ບາດເຈັບອີກ 57 ຄົນ ຈາກເຫດການທີ່ກຸ່ມມືປືນ ໂຈມຕີເຂົ້າໃສ່ພິທີ ເດີນສວນສະໜາມຂອງທະຫານ ຢູ່ໃນເມືອງ ອາວາສ ທີ່ຂຶ້ນກັບແຂວງ ຄູເຊສຕານ (ພາກຕາເວັນຕົກ ສ່ຽງໃຕ້ອີຣານ). ໃນຈຳນວນຜູ້ເສຍຊີວິດນັ້ນ ມີແມ່ຍິງ ແລະ ເດັກນ້ອຍລວມຢູ່ນຳຫຼາຍຄົນ.