ວັນອັງຄານ ທີ 19 ກຸມພາ 2019 07:23:55
ສຳມະນາວິທະຍາສາດພາຍໃຕ້ຫົວຂໍ້ “ການຄຸ້ມຄອງນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່” ຈັດຂຶ້ນວັນທີ 24-25 ກັນຍາ 2018 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີທ່ານ ສະຫວັນຄອນ ຣາຊມົນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຫຼາຍບັນຫາສຳຄັນກ່ຽວກັບການຄຸ້ມຄອງນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່ ເປັນຕົ້ນທັດສະນະຂອງພັກຕໍ່ກັບສື່ມວນຊົນໃນໄລຍະໃໝ່ ການມີສ່ວນຮ່ວມຂອງສູນອິນເຕີເນັດຕໍ່ການຄຸ້ມຄອງນຳໃຊ້ພັດທະນາສື່ ຄວາມຈົງໃຈ ຫຼື ຍຸດທະສາດຂອງສື່ຕາເວັນຕົກ ໃນການມ້າງເພທຳລາຍລະບອບສັງຄົມ ແລະ ປະເທດຂອງພວກເຮົາ ການຄຸ້ມຄອງນຳໃຊ້ ແລະ ພັດທະນາສື່ໃນໄລຍະໄໝ່ໃນຂົງເຂດກຳລັງປ້ອງກັນປະເທດ ການຄຸ້ມຄອງ ຕໍ່ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ການແບ່ງງານໃນການຊີ້ນຳ-ນຳພາ ແລະ ຄຸ້ມຄອງລະຫວ່າງອົງການຈັດຕັ້ງພັກ-ລັດຕໍ່ວຽກງານສື່ມວນຊົນໄລຍະຜ່ານມາ ແນວທາງໃນການຄຸ້ມຄອງ ນຳໃຊ້ ແລະ ພັດທະນາສື່ ໃຫ້ສອດຄ່ອງ ມີຄວາມວ່ອງໄວ ແລະ ແຫຼມຄົມ ຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ ການກຳນົດນະໂຍບາຍ ກົນໄກ ແລະ ເສດຖະກິດ ໃຫ້ສາມາດຕອບສະໜອງຄວາມຕ້ອງການທີ່ຈຳເປັນ ທັງສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະການ ຄວາມເປັນຕົວແບບ ແລະ ແບບຢ່າງຂອງການນຳໃຊ້ສື່ສັງຄົມອອນລາຍໃນການຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ ຫຼື ຫາງສຽງນຳໃຊ້ສື່ບິດເບືອນໃສ່ຮ້າຍປ້າຍສີຄວາມເປັນຈິງໃນສັງຄົມ ແລະ ອື່ນໆ.
ຈຸດປະສົງຂອງການສຳມະນາຄັ້ງນີ້ ເພື່ອສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ທຸກພາກສ່ວນໃນສັງຄົມຕໍ່ການພັດທະນາສື່ຕ່າງໆ ໃຫ້ໄປໃນທິດທາງທີ່ຖືກຕ້ອງ ແລະ ສອດຄ່ອງ ສາມາດຕອບສະໜອງຄວາມຕ້ອງການຂອງໜ້າທີ່ວຽກງານໃນສັງຄົມ ມີຄວາມສະດວກວ່ອງໄວ ເພື່ອນຳໄປໝູນໃຊ້ໃນວຽກງານຕົວຈິງ ໃຫ້ມີຜົນສຳເລັດເປັນກ້າວໆ.