ວັນອັງຄານ ທີ 19 ກຸມພາ 2019 22:18:33
ທັບນັກກີລາເຍົາວະຊົນຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ລົງທຳການແຂ່ງຂັນເຕະບານຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ 2019 ນັດທີ 2 ຂອງຮອບແບ່ງກຸ່ມ ບີ ໃນວັນທີ 19 ກັນຍາ ຜ່ານມາ ທີ່ສະໜາມ MFF Stadium Ulaanbaatar ປະເທດມົງໂກລີ ພົບກັບເຈົ້າພາບ ເຍົາວະຊົນຍິງ ທີມຊາດມົງໂກລີ ຮຸ່ນອາຍຸບໍ່ເກີນ 16 ປີ.
ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ລົງສະໜາມນັດທີ 2 ກໍ່ສາມາດເອົາຊະນະເຈົ້າພາບໄປແບບສະບາຍ 4-0 ປະຕູ ໂດຍໄດ້ປະຕູຈາກ ພິມພາ ທອງສະຫວ່າງ ໃນນາທີ 12 ອິນທິດາ ຄູນສີ ໃນນາທີ 20 ແລະ ເປ້ ພົມພັກດີ ໃນນາທີ 59 ແລະ 78 ເຮັດໃຫ້ທີມຊາດລາວ ເກັບເພີ່ມເປັນ 6 ຄະແນນ ສ່ວນຕາຕະລາງແຂ່ງຂັນນັດຕໍ່ໄປຂອງທີມຊາດລາວ ໃນວັນທີ 21 ກັນຍາ 2018 ເວລາ 13:00 ໂມງ ພົບກັບ ຮົງກົງ ແລະ ວັນທີ 23 ກັນຍາ 2018 ເວລາ 17:00 ໂມງ ພົບກັບ ອິນເດຍ ເຊິ່ງທຸກນັດທີ່ທີມຊາດລາວລົງທຳການແຂ່ງຂັນຢູ່ທີ່ສະໜາມ MFF Stadium Ulaanbaatar.
ສຳລັບຕາຕະລາງສະຫຼຸບຄະແນນ ກຸ່ມ ບີ ປະກອບມີ ອັນດັບ 1 ທີມຊາດອິນເດຍ ມີ 6 ຄະແນນ ອັນດັບ 2 ທີມຊາດລາວ ມີ 6 ຄະແນນ ອັນດັບ 3 ຮົງກົງ ມີ 3 ຄະແນນ ອັນດັບ 4 (ເຈົ້າພາບ) ທີມຊາດມົງໂກລີ ມີ 3 ຄະແນນ ແລະ ອັນດັບ 5 ທີມຊາດປາກິດສະຖານ ບໍ່ມີຈັກຄະແນນ.