ວັນເສົາ ທີ 23 ກຸມພາ 2019 11:21:11
ແມ່ຍິງຜູ້ດ້ອຍໂອກາດຈາກແຂວງຕ່າງໆທົ່ວປະເທດ 50 ຄົນ ໄດ້ຮັບການຍົກລະດັບຄວາມຮູ້-ຄວາມສາມາດດ້ານວິຊາຊີບຂະແໜງການປຸງແຕ່ງອາຫານ ຕັດຫຍິບ ແລະ ເສີມຄວາມງາມ (ໄລຍະເວລາ 3 ເດືອນ) ໃນໂຄງການຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງສະເໝີພາບບົດບາດ ຍິງ-ຊາຍ ແລະ ຄອບຄົວ ສ ເກົາຫຼີ ໂດຍພິທີເປີດເຝິກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນວັນທີ 10 ກັນຍາ 2018 ຢູ່ສູນອົບຮົມແມ່ຍິງລາວ ໂດຍມີທ່ານນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ທ່ານ Heung Kwon Park ອຸປະທູດ ສ ເກົາຫຼີ ປະຈຳ ສປປ ລາວ ທ່ານນາງ Sun-A WON ຜູ້ບໍລິຫານຫຼັກອົງການສາຍສຳພັນແມ່ຍິງອາຊີ ສ ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ສິລິກິດ ບຸບຜາ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບອະນຸມັດສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມມືໂຄງການ (ODA) ລະຫວ່າງສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງສະເໝີພາບບົດບາດ ຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫຼີ ໃນໂຄງການສົ່ງເສີມສູນອົບຮົມສູນກາງສະຫະພັນແມ່ຍິງລາວ ເພື່ອສ້າງຄວາມສາມາດດ້ານວິຊາຊີບສຳລັບແມ່ຍິງ ໃຫ້ສະຫະພັນແມ່ຍິງລາວ ໂດຍສະເພາະ ແມ່ຍິງຜູ້ທຸກຍາກດ້ອຍໂອກາດທົ່ວປະເທດ ເຊິ່ງປີນີ້ເປັນໄລຍະທີ 3 ແລະ ເປັນຊຸດເຝິກອົບຮົມທີ 2 ຂອງໂຄງການ.
ຈຸດປະສົງຂອງໂຄງການປີ 2018 ເພື່ອສ້າງຄວາມເຂັ້ມແຂງໃຫ້ສູນກາງສະຫະພັນແມ່ຍິງລາວ ແລະ ເສີມສ້າງຄວາມສາມາດໃຫ້ແມ່ຍິງຜູ້ດ້ອຍໂອກາດ ເພື່ອໃຫ້ເຂົາເຈົ້າມີວິຊາຊີບທີ່ໝັ້ນທ່ຽງ ມີຄວາມຮັບຜິດຊອບ ແລະ ກຸ້ມຕົນເອງດ້ານສະພາບເສດຖະກິດ ພ້ອມນີ້ ຍັງເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ຊ່ວຍສ້າງລາຍຮັບໄດ້ ແລະ ຊ່ວຍໃຫ້ແມ່ຍິງບໍ່ຖືກຕົວະຍົວະຫຼອກລວງຈາກກຸ່ມບໍ່ຫວັງດີ ເປັນຕົ້ນການເຄື່ອນຍ້າຍແຮງງານ ຫຼື ການຄ້າມະນຸດ.
ຊຸດເຝິກອົບຮົມດັ່ງກ່າວ ຈະດຳເນີນແຕ່ວັນທີ 10 ກັນຍາ-6 ທັນວາ 2018 ເຊິ່ງແຕ່ລະຂະແໜງການມີວິຊາຊີບທີ່ຈະໄດ້ຮຽນຮ່ວມກັນ ແລະ ວິຊາທີ່ເປັນວິຊາສະເພາະ ຈະໄດ້ລົງເລິກໄປຕາມແຕ່ລະຂະແໜງ ສະນັ້ນການລົງເຝິກງານຕົວຈິງຈະບໍ່ຄືກັນ.