ວັນອັງຄານ ທີ 19 ກຸມພາ 2019 23:30:37
ຄໍລຳເກົ່າເຈົ້າເດີມປະຈຳວັນນີ້ ຂໍເລີ່ມຈາກຂ່າວຄະດີໂຫດຜົວຂ້າເມຍ ຢູ່ຈີນ ຕໍ່ໃສ່ຂ່າວກ່ຽວກັບມາດຕະການກຳຈັດຂີ້ເຫຍື້ອປາລາສະຕິກຢູ່ ອິນໂດເນເຊຍ ສຸດທ້າຍແມ່ນຂ່າວຄະດີທຳລາຍຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ ຫວຽດນາມ.
ທີ່ ສປ ຈີນ: ມີຂ່າວເລື່ອງຜົວຄາດຕະກຳໂຫດເມຍຄູ່ຄຽງຮຽງໝອນ ຢູ່ນະຄອນຊຽງໄຮ ສປ ຈີນ ແຕ່ຜົວໃຈອຳມະຫິດກໍ່ໜີບໍ່ມົ້ມມືກົດໝາຍ ເມື່ອທຳຮ້າຍຜູ້ອື່ນແບບໂຫດຫ້ຽມ ກໍ່ຕ້ອງໄດ້ຮັບກຳແບບຫ້ຽມໂຫດ ເປັນຂອງຄູ່ກັນເຫດຮ້າຍທີ່ວ່ານີ້ ເກີດຂຶ້ນໃນປີ 2016 ແຕ່ການຕັດສິນໂທດຂັ້ນເດັດຂາດ ແລະ ໃຊ້ໄດ້ມີຂຶ້ນໃນເດືອນສິງຫາປີນີ້ເອງຜູ້ກໍ່ເຫດຊື່ທ້າວ ຈູ ສຽງ ຕົງ (Zhu Xiaodong) ອາຍຸ 31 ປີ ໄດ້ລົງມືຂ້ານາງ ຢາງ ລີຜິ້ງ (Yang Liping) ແລ້ວເອົາຜ້າປູບ່ອນຫໍ່ສົບນາງ ຍັດເຂົ້າຕູ້ຟຣີເຊີ ແຊ່ເຢັນໄວ້ເປັນເວລາ 3 ເດືອນ ໃນໄລຍະ 3 ເດືອນດັ່ງກ່າວ ທ້າວຜົວໃຈໂຫດກໍ່ຍູທ່າງຈັບຈ່າຍເງິນຂອງເມຍຢ່າງຟຸມເຟືອຍກັບການທ່ອງທ່ຽວ ກັບການສະແຫວງສຸກຮ່ວມຫຼັບນອນກັບແມ່ຍິງຕາມໂຮງແຮມຕ່າງໆ ໂດຍບໍ່ອາໄລໄຍດີ ຫຼື ເສຍອົກເສຍໃຈກັບການກະທຳຂອງຕົນຕໍ່ຜູ້ເປັນເມຍ ຮ້າຍແຮງໄປກວ່ານັ້ນ ທ້າວ ຈູ ຍັງ ໄດ້ໃຊ້ໂທລະສັບມືຖືຜ່ານເຄືອຂ່າຍ ວີແຈ໋ດ (WeChat) ເພື່ອຫຼອກເພື່ອນຝູງ ກໍ່ຄື ພີ່ນ້ອງຂອງເມຍໃຫ້ຄິດວ່ານາງ ຢາງລີຜິ້ງ ຍັງເປັນຄົນມີຊີວິດຢູ່ການກະທຳຜິດອັນໜັກໜ່ວງຂະໜາດນີ້ ໂທດກໍ່ຄື ປະຫານຊີວິດທາງດຽວເທົ່ານັ້ນ.
ທີ່ ອິນໂດເນເຊຍ: ອີງຕາມແຫຼ່ງຂ່າວຈາກາຕາຜົດ (Jakarta Post) ພວກເຮົາໄດ້ຊາບວ່າ: ໃນກາງເດືອນສິງຫາຜ່ານມາ ລັດຖະບານອິນໂດເນເຊຍ ໄດ້ເລີ່ມຮ່າງກົດລະບຽບການເກັບພາສີຖົງຢາງ (ຖົງປາລາສະຕິກ) ສຳລັບປີ 2019 ແນໃສ່ຫຼຸດຜ່ອນຂີ້ເຫຍື້ອຖົງປາລາສະຕິກ ການເກັບພາສີນີ້ ເຮັດສະເພາະເຈາະຈົງກັບຖົງປາລາສະຕິກ ສ່ວນຕຸກປາລາສະຕິກນັ້ນ ບໍ່ກ່ຽວ ທ່ານ ຮູຣູ ປຳບູດີ (Heru Pambudi) ຫົວໜ້າກົມພາສີ-ອາກອນ ກະຊວງການເງິນ ອິນໂດເນເຊຍ ໄດ້ເວົ້າກ່ຽວກັບລະບຽບການເກັບພາສີ ຖົງປາລາສະຕິກນີ້ວ່າ ແມ່ນເພື່ອກະຕຸກຊຸກຍູ້ບໍລິສັດທີ່ກ່ຽວຂ້ອງ ໃຫ້ຫັນໄປຜະລິດຖົງຢາງປາລາສະຕິກທີ່ເປັນມິດກັບສິ່ງແວດລ້ອມ (ບໍ່ແມ່ນປະເພດຖົງຢາງທີ່ໃຊ້ເທື່ອດຽວແລ້ວຖິ້ມໂລດ) ຮ່າງກົດລະບຽບນີ້ ໄດ້ຜ່ານການທາບທາມບັນດາສະມາຊິກສະພາຕ່ຳ (ສະພາຜູ້ແທນລາສະດອນ) ເປັນທີ່ຮຽບຮ້ອຍແລ້ວ ພາຍໃຕ້ກົດລະບຽບນີ້ບໍລິສັດໃດຜະລິດຖົງປາລາສະຕິກ ທີ່ເປັນມິດກັບສິ່ງແວດລ້ອມຈະໄດ້ຮັບນະໂຍບາຍດີໆດ້ານພາສີ ເຊັ່ນ: ຍົກເວັ້ນ ຫຼື ຫຼຸດ ສ່ວນບໍລິສັດທີ່ບໍ່ປະຕິບັດຕາມ ຈະຕ້ອງໄດ້ເສຍພາສີສູງກວ່າໃນປັດຈຸບັນ ທາງສະພາຜູ້ແທນລາຊະດອນ ອິນໂດເນເຊຍ ໄດ້ຕັ້ງຄະນະກຳມະການໜຶ່ງຂຶ້ນ ໂດຍການເຂົ້າຮ່ວມຂອງບັນດາຕົວແທນຈາກກະຊວງຕ່າງໆ ເພື່ອປຶກສາຫາລືກ່ຽວກັບວິທີການຜັນຂະຫຍາຍກົດລະບຽບນີ້ ເຊິ່ງລັດຖະບານຈະກຳນົດເປັນກົດລະບຽບຂອງລັດຖະບານ ຕາມສະຖິຕິທາງການຂອງ ອິນໂດເນເຊຍ ແຕ່ລະປີຈຳນວນຂີ້ເຫຍື້ອປາລາສະຕິກທີ່ຖອກເທລົງສູ່ແມ່ນ້ຳຕ່າງໆນັ້ນ ມີເຖິງ 1,29 ລ້ານໂຕນ... ໂດຍສະເລ່ຍແລ້ວ ມີຂີ້ເຫຍື້ອປະເພດນີ້ ຈຳນວນ 13.000 ໂຕນ ໃນພື້ນທີ່ແມ່ນ້ຳ ຂະໜາດ 1 ກິໂລຕາລາງແມັດ.
ທີ່ ຫວຽດນາມ: ອີງຕາມຂ່າວສານຫວຽດນາມ (Vietnam News) ໜັງສືພິມວຽງຈັນທາມ ສະບັບວັນທີ 1 ເດືອນສິງຫາຜ່ານມາ ໄດ້ລາຍງານກ່ຽວກັບທາງການຫວຽດນາມຈັບກຸມຜູ້ກໍ່ກວນ ແລະ ທຳລາຍຄວາມສະຫງົບຂອງສັງຄົມ ໂດຍໄດ້ຕັດສິນຈຳຄຸກຜູ້ກະທຳຜິດ 15 ຄົນ ໃນວັນທີ 30 ເດືອນກໍລະກົດປີນີ້ ຢູ່ເມືອງບຽນຮົວ ແຂວງດົງນາຍເປັນເວລາແຕ່ 8-12 ເດືອນ ພວກທີ່ຕິດຄະດີນີ້ ມີຄວາມຜິດຖານໄດ້ເຮັດໜ້າທີ່ເປັນຫົວໂປ່ນຳພາຂະບວນຍົກປ້າຍປະທ້ວງ ຄັດຄ້ານ ຮ່າງກົດໝາຍກ່ຽວກັບໜ່ວຍປົກຄອງ ແລະ ເສດຖະກິດພິເສດ ຂະບວນທີ່ວ່ານີ້ ໄດ້ໃຊ້ເສັ້ນທາງຫຼວງເລກທີ 1A ສູ່ເສັ້ນທາງວັນທວນຂອງຕົວເມືອງບຽນຮົວ ເຊິ່ງໄດ້ທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.