ວັນພະຫັດ ທີ 12 ທັນວາ 2019 03:12:30
ເພື່ອສະກັດກັ້ນຕໍ່ການແພ່ລາມ ຂອງໄວຣັສ ທີ່ມີອາການພະຍາດທາງເດີນຫາຍໃຈສາຍພັນຕາເວັນອອກກາງ (MERS - CoV) ນັ້ນລັດຖະບານ ສ ເກົາຫຼີໄດ້ຕົກລົງນຳໃຊ້ມາດຕະການຕ່າງໆ ເຊັ່ນ “ຕິດຕາມຢ່າງຕັ້ງໜ້າ” ແລະ ຈັດໃຫ້ພະນັກງານຮັບຜິດຊອບສະເພາະ ເພື່ອເພີ່ມທະວີ ການຄວບຄຸມຕໍ່ບັນດາຜູ້ທີ່ສຳພັດກັບຄົນເຈັບທີ່ຕິດ MERS ເປັນປະຈຳໃນແຕ່ລະວັນ.
ທ່ານ ປາກ ນຶງຮູ ລັດຖະມົນຕີສາທາລະນະສຸກ ແລະ ສະຫວັດດີການ ຂອງ ສ ເກົາຫຼີ ໄດ້ປະກາດແຜນການເພີ່ມທະວີການຕິດຕາມດັ່ງກ່າວ ຢູ່ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 9 ກັນຍານີ້ ກ່ຽວກັບຜົນຂອງການປະຊຸມສຸກເສີນຂອງລັດຖະບານ ພາຍໃຕ້ການເປັນປະທານຂອງ ນາຍົກລັດຖະມົນຕີ ລີ ນັກຢອນ.
ທ່ານ ປາກ ນຶງຮູ ເວົ້າວ່າ ສຳລັບຜູ້ທີ່ສຳພັດກັບຄົນເຈັບ ແຕ່ຄວາມຖີ່ຂອງການສຳພັດ ບໍ່ສູງ ເຊັ່ນຄົນທີ່ເດີນທາງຮ່ວມຖ້ຽວບິນ ແມ່ນລັດຖະບານຈະຈັດໃຫ້ພະນັກງານຕິດຕາມເປັນການສະເພາະ ເພື່ອໃຫ້ກຳນົດໃຫ້ຮູ້ເປັນການໄວ ວ່າຕິດພະຍາດຫຼືບໍ່.
ເມື່ອວັນທີ 8 ກັນຍາ ຜູ້ຊາຍຊາວ ສ ເກົາຫຼີ ຄົນໜຶ່ງ ອາຍຸ 61 ປີ ໄດ້ຖືກກວດພົບວ່າ ຕິດໄວຣັສ MERS-CoV ຫຼັງຈາກການໄປເຮັດວຽກ ເປັນເວລາດົນຢູ່ໃນກູເວດ. ນີ້ເປັນຄົນເຈັບ ລາຍທຳອິດຢູ່ໃນ ສ ເກົຟາຫຼີ ຫຼັງຈາກພະຍາດດັ່ງກ່າວ ເກີດການລະບາດເມື່ອເດືອນກໍລະກົດ ປີ 2015 ເປັນຕົ້ນມາ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 38 ຄົນ. ບັນດາອົງກາທີ່ກ່ຽວຂ້ອງຂອງ ສ ເກົາຫຼີ ພວມດຳເນີນການກວດກາຕິດຕາມຢ່າງຖີ່ຖ້ວນ ຕິດຕາມ ແລະແຍກບໍລິເວນ ສຳລັບຜູ້ທີ່ສຳພັດ ກັບຄົນເຈັບ.
MERS-CoV ເປັນພະຍາດຕິດເຊື້ອໃນປອດ ທີ່ເກີດຈາກໄວຣັສ coronavirus. ພະຍາດດັ່ງກ່າວປະກົດຂຶ້ນເປັນເທື່ອທຳອິດ ຢູ່ໃນອາຣາບີ ຊາອຸດິດ ເມື່ອປີ 2012 ເຮັດໃຫ້ມີຜູ້ຕິດ ພະຍາດກວ່າ 1.600 ກໍລະນີ ໂດຍມີອັດຕາສ່ວນການເສຍຊີວິດທີ່ 36%. MERS-CoV ມີຄວາມຄ້າຍຄືກັບອາການອັກເສບລະບົບຫາຍໃຈຮຸນແຮງ (SARS) ຊຶ່ງຍັງບໍ່ມີວັກແຊງປ້ອງກັນ. ໄວຣັສທີ່ອັນຕະລາຍນີ້ ສາມາດຕິດຕໍ່ໄດ້ຈາກສັດສູ່ຄົນ ຫຼືລະຫວ່າງຄົນກັບຄົນ ຍ້ອນການສຳພັດ.