ວັນອາທິດ ທີ 17 ກຸມພາ 2019 10:19:44
ທ່ານ ຈັນທະໄລ ໄຊຍະວົງ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄດ້ກ່າວລາຍງານໃຫ້ຊາບເມື່ອບໍ່ດົນມານີ້ວ່າ: ນັບແຕ່ວັນທີ 30 ທັນວາ 2017-ວັນທີ 3 ກັນຍາ 2018 ນະຄອນຫຼວງວຽງຈັນ ພົບກໍລະນີສະສົມໄຂ້ຍຸງລາຍ 538 ກໍລະນີ ໃນນີ້ຢູ່ເມືອງໄຊທານີ 178 ກໍລະນີ ໄຊເຊດຖາ 97 ກໍລະນີ ສີໂຄດຕະບອງ 63 ກໍລະນີ ສີສັດຕະນາກ 48 ກໍລະນີ ຈັນທະບູລີ 47 ກໍລະນີ ຫາດຊາຍຟອງ 42 ກໍລະນີ ນາຊາຍທອງ 31 ກໍລະນີ ປາກງື່ມ 19 ກໍລະນີ.
ເພື່ອເປັນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ຫ້ອງການສາທາລະນະສຸກເມືອງ ເອົາໃຈໃສ່ລົງໂຄສະນາເຜີຍແຜ່ໃຫ້ບັນດາອາສະສະໝັກບ້ານ (ອສບ) ລົງໄປປຸກລະດົມປະຊາຊົນໃຫ້ເອົາໃຈໃສ່ອະນາໄມ ຂວ້ຳກະໂປະ-ກະປ່ອງ ແລະ ພາຊະນະທີ່ສ່ຽງກໍ່ໃຫ້ຍຸງມາໄຂ່ໃສ່ ພ້ອມທັງແຈກຢາຍຢາຂ້າໜອນນ້ຳ ຄຽງຄູ່ກັບການປຸກລະດົມໃຫ້ປະຊາຊົນລ້ຽງປາຫາງນົກຍຸງເພື່ອກິນໜອນນ້ຳ ນອກນີ້ ຫາກພົບກໍລະນີລາຍງານພະຍາດໄຂ້ຍຸງລາຍເກີດຂຶ້ນຢູ່ຈຸດໃດ ກໍ່ໄດ້ແຕ່ງຕັ້ງພະນັກງານລົງໄປຕິດຕາມ ແລະ ສຳຫຼວດໜອນນ້ຳ ແລະ ຍຸງລາຍ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີພະຍາດເກີດຂຶ້ນເພີ່ມອີກ.