ວັນເສົາ ທີ 16 ກຸມພາ 2019 16:59:46
ວັນທີ 5 ກັນຍາ 2018 ທີ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ (ນວ) ຄະນະບູລະນະໂຄງການປະຕິສັງຂອນໂຄງຫຼັງຄາວັດອົງຕື້ມະຫາວິຫານ ໄດ້ມອບກາເບື້ອງດິນຂໍຈຳນວນ 102.000 ແຜ່ນ ໃຫ້ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ເພື່ອນຳໄປປະກອບສ່ວນເຂົ້າໃນໂຄງການປະຕິສັງຂອນ ສ້າງກົມມະລຽນອ້ອມຮອບພະທາດອີງຮັງ ທີ່ຕັ້ງຢູ່ນະຄອນໄກສອນ ພົມວິຫານ ກ່າວມອບໂດຍພະອາຈານ ພວງປະເສີດ ພູນະວົງ ເຈົ້າອະທິການວັດອົງຕື້ມະຫາວິຫານ ແລະ ກ່າວຮັບໂດຍທ່ານ ຄຳສິດ ພົມມະຈັນ ຮອງຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ທັງເປັນກອງເລຂາບູລະນະປະຕິສັງຂອນພະທາດອີງຮັງ ມີທ່ານ ສາລີ ນັນທະວົງ ຫົວໜ້າຂະແໜງວັດທະນາທຳ ພະແນກ ຖວທ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳລັບກາເບື້ອງດິນຂໍທີ່ນຳມາມອບໃຫ້ຄັ້ງນີ້ ເປັນກາເບື້ອງດິນຂໍເກົ່າທີ່ໄດ້ມາຈາກການຮື້ຖອນຫຼັງຄາສິມວັດອົງຕື້ມະຫາວິຫານ ເຖິງວ່າຈະເປັນກາເບື້ອງດິນຂໍເກົ່າ ແຕ່ກໍ່ຍັງມີຮູບຮ່າງດີ ແລະ ສາມາດນຳໄປໃຊ້ຕໍ່ໄດ້ ດັ່ງນັ້ນ ທາງພະແນກ ຖວທ ແຂວງສະຫວັນນະເຂດ ຈຶ່ງຮັບເອົາໄປໝູນໃຊ້ເຂົ້າໂຄງການປະຕິສັງຂອນພະທາດອີງຮັງ ເພື່ອໄປປ່ຽນຖ່າຍກາເບື້ອງດິນຂໍທີ່ເກົ່າແກ່ໃຊ້ການບໍ່ໄດ້ອອກ ທັງນີ້ກໍ່ເພື່ອເຮັດໃຫ້ພະທາດອີງຮັງມີຄວາມງົດງາມ ພາຍຫຼັງປະຕິສັງຂອນສຳເລັດ ເພື່ອເປັນການດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມສະຖານທີ່ທ່ອງທ່ຽວວັດທະນະທຳແຫ່ງນີ້ນັບມື້ຫຼາຍຂຶ້ນ.