ວັນເສົາ ທີ 23 ກຸມພາ 2019 12:45:45
ຂ່າວສານຊິນຮວາ ລາຍງານວ່າ ຜົນຂອງການນັບບັດຄະແນນສຽງເບື້ອງຕົ້ນ ແລະ ຈາກການ ລາຍງານຂອງໂທລະພາບຊ່ອງ PTV News ໃຫ້ຮູ້ວ່າ ທ່ານ ອາຣິຟ ອາລວີ ຜູ້ສະໝັກຮັບເລືອກຕັ້ງ ຈາກພັກ Tehreek-i-Insaf (ຂະບວນການເພື່ອຄວາມເປັນທຳ - PTI) ຊຶ່ງເປັນພັກກຳນາດ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີປາກິດສະຖານ ທີ່ໄດ້ຈັດຂຶ້ນເມື່ອວັນທີ 4 ກັນຍານີ້.
ປາກິດສະຖານ ດຳເນີນການປ່ອນບັດເລືອກຕັ້ງ ເພື່ອຄັດເລືອກເອົາ 1 ໃນ 3 ຜູ້ສະໝັກ ຮັບເລືອກຕັ້ງ ໃຫ້ແກ່ຕຳແໜ້ງປະທານາທິບໍດີຄົນທີ 13 ຂອງປະເທດນີ້ ໂດຍຈະຢູ່ໃນຕຳແໜ່ງ ໃນສະໄໝ 5 ປີຖັດໄປ.