ວັນເສົາ ທີ 23 ກຸມພາ 2019 17:25:26
ຕາມການໃຫ້ສຳພາດຂອງທ່ານ ກໍລະກົດ ສີເມືອງຊອງ ຮອງຜູ້ອຳນວຍການໂຮງຮຽນພອນສະຫວັນກີລາ-ກາຍະກຳ ທັງເປັນເລຂາທິການສະຫະພັນກີລາເທຄວັນໂດ ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 4 ກັນຍາ 2018 ຜ່ານມາ ໃຫ້ຊາບວ່າ: ຜ່ານການຈັດການແຂ່ງຂັນກີລາເທຄວັນໂດທົ່ວ ນວ ຊີງຂັນທ່ານເຈົ້າຄອງ ນວ ເມື່ອບໍ່ດົນມານີ້ ກໍ່ເຫັນວ່າມີນັກກີລາຫຼາຍສະໂມສອນອ້ອມຂ້າງສູນກາງ ສົ່ງເຂົ້າຮ່ວມແຂ່ງຂັນ ແລະ ກໍ່ເປັນເງື່ອນໄຂທີ່ດີ ທີ່ສະຫະພັນເທຄວັນໂດ ນວ ຈະສາມາດຄັດເລືອກນັກກີລາໄດ້ຕາມເປົ້າໝາຍທີ່ຕ້ອງການ ທີ່ສະຫະພັນເທຄວັນໂດແຫ່ງຊາດ ກຳນົດໃຫ້ນັກກີລາ 1 ຄົນ ຕ້ອງມີຄະແນນສະສົມຢ່າງຕ່ຳ 120 ຄະແນນ ຈຶ່ງສາມາດເຂົ້າຮ່ວມແຂ່ງຂັນຊຽງຂວາງ ເກມ 2018 ໄດ້ ແລະ ພາຍໃນເດືອນກັນຍາ 2018 ນີ້ ກໍ່ຈະມີການເອີ້ນຕົວນັກກີລາ ໃນຈຳນວນ 30 ຄົນ ມາເກັບຕົວເຝິກຊ້ອມ ໃນນັ້ນ ຄາດວ່າຈະສົ່ງເຂົ້າຮ່ວມຄົບ 25 ລາຍການ ທີ່ເຈົ້າພາບກຳນົດຊີງ 25 ຫຼຽນຄຳ ກໍ່ຄືປະເພດຕໍ່ສູ້ປ້ອງກັນຕົວ 20 ລາຍການ ຍິງ 10 ລາຍການ ແລະ ປະເພດຟ້ອນປຸ່ມເຊ້ 5 ລາຍການ ປະກອບມີ ຟ້ອນດ່ຽວຍິງ-ຊາຍ ທີມຄູ່ປະສົມ ແລະ ທີມຊຸດ ຍິງ-ຊາຍ.
ປັດຈຸບັນ ນັກກີລາແຕ່ລະຄົນໄດ້ມີການເຝິກຊ້ອມຢູ່ສະໂມສອນໃຜລາວ ສະເພາະປະເພດຟ້ອນປຸ່ມເຊ້ 10 ຄົນ ຈະໄດ້ເຝິກຊ້ອມແຕ່ນີ້ຈົນຮອດມື້ເຂົ້າຮ່ວມແຂ່ງຂັນ ຊຽງຂວາງ ເກມ 2018 ຢູ່ທີ່ສະໂມສອນນັນດາ ທີ່ບ້ານສາຍລົມ ເມືອງຈັນທະບູລີ ສ່ວນນັກກີລາປະເພດຕໍ່ສູ້ປ້ອງກັນຕົວ ໄດ້ເຝິກຊ້ອມຢູ່ແຕ່ລະສະໂມສອນ ແລະ ໃນທ້າຍເດືອນກັນຍານີ້ ນັກກີລາ 20 ຄົນ ຈະໄດ້ມາລວມຕົວກັນເຝິກຊ້ອມຢ່າງເປັນທາງການ ທີ່ສະໂມສອນກີລາໃນຮົ່ມ ໂຮງຮຽນພອນສະຫວັນກີລາ-ກາຍະກຳ ບ້ານສີເກີດ ເມືອງນາຊາຍທອງ ທຸກຄົນຈະໄດ້ມີການເຝິກຊ້ອມເອົາພະລະກຳລັງ ເຕັກນິກ ທັກສະຄວາມສາມາດຕ່າງໆ ແລະ ຍຸດທະວິທີໃນການຕໍ່ສູ້ກັບຄູ່ແຂ່ງຂັນ ເພື່ອສ້າງເອົາຄະແນນໃຫ້ໄດ້ຕາມເປົ້າໝາຍ ເຊິ່ງປີນີ້ເປັນປີແຫ່ງການທ້າທາຍຂອງຄະນະບໍລິຫານງານສະຫະພັນເທຄວັນໂດ ນວ ຊຸດໃໝ່ ສະນັ້ນ ເພື່ອເປັນການຮັບປະກັນໃນການສ້າງຜົນງານໃຫ້ທັບນັກກີລາ ນວ ໃນຊຽງຂວາງເກມ ພວກເຮົາຈຶ່ງໄດ້ຕັ້ງຄວາມຫວັງໄວ້ສູງກັບນັກກີລາໃນຊຸດນີ້ ຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄຳ.