ວັນເສົາ ທີ 23 ກຸມພາ 2019 18:08:58
16 ກຸ່ມການເມືອງໃນອີຣັກ ໃນນັ້ນມີກອງກຳລັງຂອງທ່ານ ມອກຕາດາ ຊາດ ນັກສອນສາສະໜາ ແລະນາຍົກລັດຖະມົນຕີ ໄຮເດີ ອາລ-ອາບາດີ ທີ່ໃກ້ຈະພົ້ນຈາກຕຳແໜ່ງນັ້ນ ໄດ້ບັນລຸຂໍ້ຕົກລົງກັນເມື່ອຄ່ຳຄືນຂອງວັນທີ 2 ກັນຍານີ້ ກ່ຽວກັບການສ້າງຕັ້ງພັນທະພາບທີ່ໃຫຍ່ທີ່ສຸດ ຢູ່ໃນສະພາແຫ່ງຊາດ ໂດຍຜ່ານນັ້ນກໍສາມາດທີ່ຈະສ້າງຕັ້ງລັດຖະບານຢູ່ໃນອີຣັກຂຶ້ນມາໄດ້.
ຜູ້ຊ່ວຍວຽກຂອງນາຍົກລັດຖະມົນຕີ ອາລ-ອາບາດີ ກ່າວຕໍ່ຜູ້ສື່ຂ່າວ AFP ວ່າພັນທະພາບ ໃໝ່ດັ່ງກ່າວ ປະກອບມີສະມາຊິກລັດຖະສະພາ 177 ຄົນ ກວມເອົາກວ່າເຄິ່ງໜຶ່ງຢູ່ໃນ ສະພາແຫ່ງຊາດອີຣັກ ທີ່ປະກອບມີສະມາຊິກລັດຖະສະພາ 329 ທ່ານ.
ການຕົກລົງດັ່ງກ່າວມີອອກມາບໍ່ພໍເທົ່າໃດຊົ່ວໂມງ ກ່ອນທີ່ວາລະການປະຊຸມທຳອິດ ສະພາແຫ່ງຊາດຊຸດໃໝ່ຂອງອີຣັກ ຈະມີຂຶ້ນຢ່າງເປັນທາງການ ໂດຍເລີ່ມຂຶ້ນໃນວັນທີ 3 ກັນຍາ.