ວັນພຸດ ທີ 11 ທັນວາ 2019 16:03:13
ທ່ານ ພຸດທະສັກ ສຸກອາລຸນ ປະທານສະໂມສອນຍິງປືນໄອພີເອັດຊີລາວ ຜູ້ອຳນວຍການສະໜາມເຝິກກີລາຍິງປືນ 5 ເມສາ ໄດ້ແຈ້ງໃຫ້ຊາບວັນທີ 30 ສິງຫາ 2018 ວ່າ: ສປປ ລາວ ກໍ່ຄື ສະຫະພັນຍິງປືນແຫ່ງຊາດລາວ ຈະຈັດແຂ່ງຂັນກີລາຍິງປືນໄອພີເອັດຊີນາໆຊາດ ເລໂວ 3 ຊີງຂັນທ່ານນາຍົກລັດຖະມົນຕີ ຄັ້ງທີ 1 ປະຈຳປີ 2018 ຂຶ້ນວັນທີ 26-28 ຕຸລາ 2018 ຢູ່ສະໜາມເຝິກກີລາຍິງປືນ 5 ເມສາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ປັດຈຸບັນໄດ້ມີການກຽມພ້ອມ 100% ເຊິ່ງຈະມີການແຂ່ງຂັນ 6 ລາຍການ ຄື: ປືນສະແຕນດາດ ປືນໂປດັກຊັນ ປືນໂປດັກຊັນອັອບຕິກ ປືນໂອເພັນ ປືນຣີໂວເວີ ແລະ ປືນຄາດຊິກ ແຂ່ງຂັນ 15 ສະໜາມ ແຕ່ລະສະໜາມໄດ້ມີການປັບປຸງ ແລະ ແປງຮູບແບບການແຂ່ງຂັນແຕກຕ່າງຈາກປີຜ່ານມາ ໂດຍຄາດວ່າຈະມີນັກກີລາ 100 ກວ່າຄົນ ຈາກຫຼາຍກວ່າ 10 ປະເທດເຂົ້າຮ່ວມ ເປັນຕົ້ນ ລາວ ໄທ ສິງກະໂປ ເຂດປົກຄອງພິເສດມາເກົາ ສປ ຈີນ ຟີລິບປິນ ສປ ຈີນ ແຊັກບີ່ ແລະ ປະເທດອື່ນໆ ສະເພາະລາວ ຈະສົ່ງນັກກີລາເຂົ້າຮ່ວມ 30 ກວ່າຄົນ.
ກ່ອນຈະຈັດການແຂ່ງຂັນດັ່ງກ່າວ ສະໂມສອນຍິງປືນໄອພີເອັດຊີລາວ ຈະໄດ້ສົ່ງນັກກີລາຍິງປືນໄອພີເອັດຊີລາວ 10 ຄົນ ຍິງ 1 ຄົນ ເຂົ້າຮ່ວມທົດສອບຄວາມສາມາດໃນງານແຂ່ງຂັນຍິງປືນໄອພີເອັດຊີນາໆຊາດ ເລໂວ 4 ເຊິ່ງຈະຈັດຂຶ້ນກາງເດືອນກັນຍາ 2018 ຢູ່ປະເທດໄທ.
ປັດຈຸບັນ ນັກກີລາຍິງປືນໄອພີເອັດຊີລາວ 30 ກວ່າຄົນ ໄດ້ເຄື່ອນໄຫວເຝິກຊ້ອມຢູ່ສະໜາມເຝິກຊ້ອມກີລາຍິງປືນ 5 ເມສາ ເປັນປົກກະຕິ ໂດຍຈະຊ້ອມສະເພາະວັນເສົາ ແລະ ວັນອາທິດ ເນື່ອງຈາກນັກກີລາສ່ວນໃຫຍ່ເປັນນັກທຸລະກິດ ແຕ່ກໍ່ເຊື່ອໝັ້ນວ່າ ການແຂ່ງຂັນລາຍການ ເລໂວ 3 ນັກກີລາລາວຈະສາມາດສ້າງຜົນງານໄດ້ໃນລາຍການໃດໜຶ່ງ ເພາະໄລຍະຜ່ານມາ ທ່ານ ອາໂນໄທ ເມືອງມະນີ ໄດ້ເຂົ້າຮ່ວມແຂ່ງຂັນຍິງປືນໄອພີເອັດຊີລະດັບນາໆຊາດ ລາຍການຕ່າງໆຢູ່ປະເທດເພື່ອນບ້ານ ແລະ ສາມາດຄວ້າອັນດັບທີ່ດີ ຫຼາຍລາຍການມາແລ້ວ.