ວັນອັງຄານ ທີ 10 ທັນວາ 2019 20:38:38
ວຽກງານປະສານງານລະຫວ່າງປະເທດທີ່ມີຊາຍແດນຮ່ວມກັນ ເປັນວຽກງານຫຼັກຂອງໂຄງການໃນການຮ່ວມມືລະຫວ່າງຊາຍແດນ ເປັນສິ່ງສຳຄັນຕໍ່ວຽກງານເຝົ້າລະວັງ ແລະ ລາຍງານພະຍາດ ເພື່ອຕິດຕາມສະພາບການລະບາດຂອງພະຍາດ ແລະ ເຫດການຜິດປົກກະຕິດ້ານສາທາລະນະສຸກ ທີ່ມີຜົນສະທ້ອນຕໍ່ສຸຂະພາບຂອງປະຊາຊົນທີ່ອາໄສຢູ່ຕາມຊາຍແດນ ເພື່ອພ້ອມກັນແກ້ໄຂ-ຕອບໂຕ້ຕໍ່ການລະບາດໃຫ້ທັນການ.
ວັນທີ 29 ສິງຫາ 2018 ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຈັດກອງປະຊຸມພາກພື້ນວຽກງານຮ່ວມມືກັນ ແລະ ຄວບຄຸມພະຍາດຕິດຕໍ່ລະຫວ່າງຊາຍແດນລາວ-ໄທ-ຫວຽດນາມ ແລະ ກຳປູເຈຍ ຂຶ້ນຢູ່ນະຄອນປາກເຊ ໂດຍເປັນປະທານຂອງທ່ານ ສີສະຫວາດ ສຸດທານິລະໄຊ ຮອງກົມຄວບຄຸມພະຍາດຕິດຕໍ່ມີຜູ້ແທນຈາກໄທ ຫວຽດນາມ ກຳປູເຈຍ ແລະ ລາວ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ ໂດຍຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການສ້າງຄວາມອາດສາມາດໃຫ້ພະນັກງານດ້ານວຽກງານເຝົ້າລະວັງ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຕອບໂຕ້ຕໍ່ການລະບາດ ແລະ ເພື່ອເພີ່ມຄວາມເຂັ້ມແຂງໃນການປະສານງານ ແລະ ການຮ່ວມມືລະຫວ່າງຊາຍແດນໃຫ້ເປັນລະບົບປົກກະຕິ ແລະ ຕໍ່ເນື່ອງ ໃນນີ້ ກອງປະຊຸມໄດ້ຕົກລົງເປັນເອກະພາບໃນການຮ່ວມມືກັນ ແລະ ຄວບຄຸມພະຍາດຕິດຕໍ່ລະຫວ່າງຊາຍແດນໃຫ້ມີປະສິດທິຜົນ ມີແຜນງານຮ່ວມກັນໃນການກັນ ແລະ ຄວບຄຸມພະຍາດໃນຕໍ່ໜ້າ.