ວັນເສົາ ທີ 23 ກຸມພາ 2019 12:34:30
ກອງປະຊຸມປຶກສາຫາລືກ່ຽວກັບການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 29 ສິງຫາ 2018 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາພະແນກການ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ກ່າວວ່າ: ເມືອງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນ ນວ ຕາມການສະຫຼຸບເບື້ອງຕົ້ນ ມີເມືອງໄຊທານີ ນາຊາຍທອງ ສີໂຄດຕະບອງ ຫາດຊາຍທອງ ແລະ ເມືອງປາກງື່ມ ມີ 58 ບ້ານ 1.629 ຄອບຄົວ ມີ 16.311 ຄົນ ໃນນີ້ ຈຳນວນຄອບຄົວທີ່ຍົກຍ້າຍໄປຢູ່ບ່ອນປອດໄພ 806 ຄອບຄົວ 3.758 ຄົນ ຍິງ 1.131 ຄົນ ນ້ຳຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນ 126 ບ້ານ 6 ເມືອງ ເນື້ອທີ່ 5.011,42 ເຮັກຕາ ໃນນີ້ ມີເນື້ອທີ່ນາ 13.419 ເຮັກຕາ ສາລີແຂງ 119 ເຮັກຕາ ມັນຕົ້ນ 360 ເຮັກຕາ ສວນກ້ວຍ 291 ເຮັກຕາ ແລະ ພືດຜັກອື່ນໆຈຳນວນໜຶ່ງ ເຊິ່ງຜົນເສຍຫາຍຍັງບໍ່ສາມາດປະເມີນຜົນໄດ້ ປັດຈຸບັນລະດັບນ້ຳຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງພາກສ່ວນກ່ຽວຂ້ອງໄດ້ລາຍງານວັນທີ 29 ສິງຫາ 2018 ໃຫ້ຮູ້ວ່າລະດັບນ້ຳໄດ້ເພີ່ມຂຶ້ນ 2 ຊັງຕີແມັດຕໍ່ 3 ຊົ່ວໂມງ ສະເພາະຈຸດເຊື່ອມຕໍ່ບ້ານແສນດິນກັບເມືອງໄຊທານີ ແມ່ນລົດທຸກປະເພດບໍ່ສາມາດເຂົ້າໄດ້ຄາດວ່າເຮືອນ ແລະ ເນື້ອທີ່ທຳການຜະລິດຈະຖືກນ້ຳຖ້ວມເພີ່ມອີກ ຈາກນັ້ນ ບັນດາເຈົ້າເມືອງກໍ່ໄດ້ຜັດປ່ຽນກັນລາຍງານສະພາບຄວາມເສຍຫາຍ ການແກ້ໄຂໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ເພື່ອປຶກສາຫາລືຊອກຫາວິທີການ ແລະ ມາດຕະການຟື້ນຟູ ພາຍຫຼັງທີ່ນ້ຳແຫ້ງ.
ໂອກາດນີ້ ທ່ານເຈົ້າຄອງ ນວ ກໍ່ໄດ້ຍົກໃຫ້ເຫັນຈຸດອ່ອນທີ່ເປັນສາເຫດພາໃຫ້ນ້ຳຖ້ວມ ໂດຍສະເພາະ ການບໍລິຫານຈັດການນ້ຳຂອງບັນດາເຂື່ອນ ແລະ ການມີສະຕິຕໍ່ລະດັບນ້ຳທີ່ເພີ່ມຂຶ້ນ ພ້ອມທັງໄດ້ເນັ້ນໃຫ້ທຸກພາກສ່ວນເພີ່ມທະວີມາດຕະການປ້ອງກັນຊີວິດ ແລະ ຊັບສິນຂອງພົນລະເມືອງ ຮັບປະກັນໄດ້ຄວາມສະຫງົບ ສົ່ງເຄື່ອງຊ່ວຍເຫຼືອ (ເຄື່ອງອຸປະໂພກ-ບໍລິໂພກ) ໃຫ້ພຽງພໍຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ແລະ ໃຫ້ຄົ້ນຄວ້າພາຫະນະ ເປັນຕົ້ນ ເຮືອໄປຊ່ວຍຈຸດທີ່ໄດ້ຮັບຜົນກະທົບໝັກກວ່າໝູ່ ນອກນີ້ ຂະແໜງການອື່ນໆກໍ່ຕ້ອງໄດ້ເອົາໃຈໃສ່ໄປຄຽງຄູ່ກັນເຊັ່ນ: ຂະແໜງສາທາ ແລະ ການສຶກສາ ສຳລັບແຜນໄລຍະຍາວແມ່ນຕ້ອງສຳຫຼວດອອກແບບ ໂດຍໄວຄັນຄູປ້ອງກັນນ້ຳງື່ມ ເຂົ້າໃນແຜນ 5 ປີ ຄັ້ງທີ 9 ພ້ອມຊອກຫາແຫຼ່ງທຶນໃນການກໍ່ສ້າງ ແຜນຜັງຈະຕ້ອງມີການສຳຫຼວດໃໝ່ ຈັດສັນພື້ນທີ່ທຳການຜະລິດທັງສອງຝັ່ງນ້ຳງື່ມ ແລະ ນ້ຳຂອງ.