ວັນອັງຄານ ທີ 10 ທັນວາ 2019 20:01:46
ທ່ານ ແຊກເກ ຊອຍກູ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ກ່າວຢູ່ໃນກອງປະຊຸມ ຖະແຫຼງຂ່າວເມື່ອວັນທີ 28 ສິງຫານີ້ວ່າ ພົນທະຫານປະມານ 300.000 ຄົນ ຕະຫຼອດຮອດເຮືອບິນ ການທະຫານປະເພດຕ່າງໆ 1.000 ກວ່າລຳ ພ້ອມດ້ວຍລົດຫຸ້ມເກາະຫຼາຍໝື່ນຄັນ ຈະໄດ້ເຂົ້າຮ່ວມ ການຊ້ອມຮົບທີ່ມີຂອບຂະໜາດໃຫຍ່ ໂດຍໃສ່ຊື່ວ່າ ວົສຕົກ 2018 (Vostok 2018) ຊຶ່ງມີກຳນົດ ຈັດຂຶ້ນໃນເດືອນກັນຍາໜ້ານີ້.
ທ່ານ ຊອຍກູ ໃຫ້ຮູ້ວ່າ ການຊ້ອມຮົບດັ່ງກ່າວ ນັບວ່າມີຂະໜາດໃຫຍ່ທີ່ສຸດ ນັບແຕ່ການ ຊ້ອມຮົບຊາປາດ-1981 (Zapad-1981) ໃນສະໄໝອະດີດສະຫະພາບ ໂຊວຽດ ຊຶ່ງມີຂຶ້ນເມື່ອປີ 1981.
ການຊ້ອມຮົບດັ່ງກ່າວ ເລີ່ມຂຶ້ນດັ່ງທີ່ເຄີຍຈັດມາ ຄືຈາກການຊ້ອມຮົບແຍກສະເພາະຫຼາຍລາຍ ການ ທີ່ເປັນການກະກຽມ ແລະການກວດກາໂດຍບັງເອີນ ກ່ຽວກັບຄວາມສາມາດໃນການສູ້ຮົບ ຂອງບັນດາກົມກອງ ຕາມຄຳສັ່ງຂອງປະທານາທິບໍດີ ວາລາດີເມຍ ປູຕິນ.
ການຊ້ອມຮົບ ວົສຕົກ 2018 ມີກຳນົດຈັດຂຶ້ນແຕ່ວັນທີ 11 - 15 ກັນຍາໜ້ານີ້ ໂດຍຈະມີ ການເຂົ້າຮ່ວມຂອງບັນດາກົມກອງຂອງທະຫານເຂດຕາເວັນອອກ ແລະ ທະຫານເຂດໃຈກາງ ກອງເຮືອທິດເໜືອ ທະຫານໂດດຈ້ອງ ເຮືອບິນຂົນສົ່ງການະຫານຂະໜາດໄກ. ໃນບາງໄລຍະ ຂອງການຊ້ອມຮົບນີ້ ຈະຍັງມີການເຂົ້າຮ່ວມຂອງບັນດາກົມກອງຂອງທະຫານຈີນ ແລະມົງໂກນ ນຳອີກ.