ວັນເສົາ ທີ 23 ກຸມພາ 2019 18:27:15
ຂ່າວສານ Yonhap ລາຍງານວ່າ ສ ເກົາຫຼີ ແລະ ສ ອາເມຣິກາ ໄດ້ເລີ່ມການເຈລະຈາ ຮອບໃໝ່ ໃນວັນທີ 22 ສິງຫານີ້ ກ່ຽວກັບການແບ່ງປັນລາຍຈ່າຍດ້ານການທະຫານ ໃຫ້ແກ່ພົນທະຫານຂອງ ສ ອາເມຣິກາ ທີ່ປະຈຳການຢູ່ໃນແຫຼມເກົາຫຼີ ຊຶ່ງມີຂຶ້ນທ່າມກາງທີ່ ທັງສອງຝ່າຍຍັງມີຄວາມບໍ່ລົງລອຍກັນ ກ່ຽວກັບບ້ວງໃຊ້ຈ່າຍຊຶ່ງຝ່າຍ ສ ເກົາຫຼີ ຄວນປະກອບສ່ວນ.
ບັນດາເຈົ້າໜ້າທີ່ລະດັບສູງຂອງສອງປະເທດດັ່ງກ່າວ ມີກຳນົດເຈລະຈາກັນເປັນເວລາ 2 ວັນ ໂດຍຈັດຂຶ້ນທີ່ສະຖາບັນການວິໄຈດ້ານປ້ອງກັນຊາດຂອງ ສ ເກົາຫຼີ ຢູ່ໃນນະຄອນຫຼວງເຊອູນ.
ນີ້ເປັນການເຈລະຈາຮອບທີ 6 ພາຍໃນປີນີ້ ເພື່ອຕົກລົງບັນດາຂໍ້ຄວາມໃໝ່ ທີ່ພົວພັນເຖິງ ແບກຫາບອັນໜັກໜ່ວງດ້ານການເງິນຂອງ ສ ເກົາຫຼີ ທີ່ມີຕໍ່ກອງກຳລັງຂອງ ສ ອາເມຣິກາ ຢູ່ໃນ ສ ເກົາຫຼີ (USFK) ຊຶ່ງປະກອບມີພົນທະຫານ 28.500 ຄົນນັ້ນ.