ວັນເສົາ ທີ 23 ກຸມພາ 2019 12:10:30
ເມື່ອວັນທີ 10 ສິງຫາ ທີ່ຜ່ານມາ ອົງການຄຸ້ມຄອງຊັບສິນອຸດສາຫະກຳຂອງກູບາ (OCPI) ໄດ້ຮັບຮອງຂໍ້ກຳນົດໃໝ່ກ່ຽວກັບຊັບສິນອຸດສາຫະກຳ ເພື່ອຊຸກຍູ້ການເຄື່ອນໄຫວທາງດ້ານການຄ້າ ການຮ່ວມມືໃນຂົງເຂດວິທະຍາສາດ ແລະການປ່ຽນແປງໃໝ່.
OCPI ໃຫ້ຮູ້ວ່າ ຂໍ້ກຳນົດໃໝ່ດັ່ງກ່າວ (ປະກອບມີກົດໝາຍ 2 ສະບັບ ດຳລັດ 3 ສະບັບ ແລະມະຕິ 5 ສະບັບ) ຈະກໍ່ໃຫ້ເກີດຂອບນິຕິກຳໜຶ່ງຂຶ້ນມາ ໃນການແນະນຳການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າ ລະຫວ່າງບັນດາບໍລິສັດຢູ່ພາຍໃນປະເທດ ແລະບັນດາບໍລິສັດຂອງຕ່າງປະເທດ ພ້ອມກັນນັ້ນກໍຮັບປະກັນຄວາມສະດວກ ໃຫ້ແກ່ການເຄື່ອນໄຫວລົງທຶນຂອງຕ່າງປະເທດ. ຂໍ້ກຳນົດໃໝ່ດັ່ງກ່າວ ຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ເດືອນຕຸລາໜ້ານີ້ເປັນຕົ້ນໄປ.
ທ່ານນາງ ມາເຣຍ ຊານເຈສ ໂຣສ ຜູ້ອຳນວຍການ OCPI ໃຫ້ຮູ້ວ່າ ການຮັບຮອງຂໍ້ກຳນົດ ໃໝ່ດັ່ງກ່າວ ເປັນວຽກເຮັດທີ່ຈຳເປັນ ເພື່ອຊ່ວຍໃຫ້ກູບາ ປົກປ້ອງຂັ້ນຕອນຕ່າງໆໃນການຜະລິດອຸດສາຫະກຳ ແຜນການອອກແບບ ກາໝາຍສິນຄ້າ ໂດຍຜ່ານນັ້ນກໍຈະຊຸກຍູ້ຂະບວນການປ່ຽນແປງ ໃໝ່ ແລະຄວບຄຸມການເຄື່ອນໄຫວຖ່າຍໂອນເຕັກໂນໂລຊີ ການເຄື່ອນໄຫວລົງທຶນພາຍໃນປະເທດ ແລະຂອງຕ່າງປະເທດ ການເຄື່ອນໄຫວຄ້າຂາຍສິນຄ້າ ແລະ ການບໍລິການ.