ວັນພຸດ ທີ 11 ທັນວາ 2019 16:23:16
ມື້ນີ້ ຂໍເລີ່ມກັບເລື່ອງທາງການນະຄອນຫຼວງຮ່າໂນ້ຍ ລົງຕິດຕາມກວດກາຕຶກອາຄານທີ່ບໍ່ມີລະບົບປ້ອງກັນຄວາມປອດໄພຈາກອັກຄີໄພ ເລື່ອງ ສປ ຈີນ ກຳນົດຂຶ້ນພາສີຄ່າຕົວນັກກີລາບານເຕະຕ່າງປະເທດ ທີ່ຈະຊື້ມາຮ່ວມທິມຂອງຈີນ ແລະ ເລື່ອງກຳປູເຈຍ ສັ່ງຢຸດການສົ່ງອອກດິນຊາຍ.
ທີ່ ຫວຽດນາມ: ມີຂ່າວໃນກາງເດືອນມິຖຸນາປີນີ້ວ່າ ທາງການນະຄອນຫຼວງຮ່າໂນ້ຍ ໄດ້ຄົ້ນພົບວ່າ ຕຶກສູງໆຈຳນວນ 108 ຫຼັງ ໃນທົ່ວນະຄອນຫຼວງ ໄດ້ລະເມີດມາດຕະການຄວາມປອດໄພ ຈຳນວນຕຶກດັ່ງກ່າວ ສ່ວນຫຼາຍຕັ້ງຢູ່ໃນເຂດເມືອງບາດິງ ດົງດາ ແລະ ກາວກາຍ (Cau Giay) ໃນນັ້ນ ເປັນຕຶກອາພາດເມັນ (ເຮືອນຫ້ອງ) ທີ່ດຳເນີນງານໂດຍບໍລິສັດອະສັງຫາລິມະຊັບທີ່ມີຊື່ສຽງ ເຊັ່ນ: ບໍລິສັດລົງທຶນພັດທະນາຕົວເມືອງ ແລະ ທີ່ພັກອາໄສຂອງກະຊວງປ້ອງກັນປະເທດ ແລະ ບໍລິສັດອື່ນໆ ຕຶກອາພາດເມັນ ໂຟດາກອນ (Fodacon) ຢູ່ເຂດເມືອງຮາດົງ ທີ່ປະສົບອັກຄີໄພ ໃນວັນທີ 25 ພຶດສະພາປີນີ້ ກໍ່ແມ່ນໜຶ່ງໃນບັນຊີຕຶກທີ່ລະເມີດມາດຕະຖານຄວາມປອດໄພ ບັນຫາຕຶກທີ່ບໍ່ໄດ້ມາດຕະຖານຄວາມປອດໄພນັ້ນ ລວມມີ: ຕຶກ ອາພາດເມັນ ລາຄາແພງຈຳນວນໜຶ່ງ ສຳນັກງານໃຫຍ່ຂອງບັນດາບໍລິສັດ 35 ແຫ່ງ ໂຮງແຮມ 19 ແຫ່ງ ແລະ ສຳນັກງານຫ້ອງການສຶກສາ 4 ແຫ່ງ ໃນປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງກຳລັງສືບຕໍ່ຮ່ວມມືກັບເຈົ້າຂອງຕຶກທີ່ມີບັນຫາ ເພື່ອແກ້ໄຂຂໍ້ບົກຜ່ອງນັກລົງທຶນກໍ່ສ້າງຕຶກທີ່ລະເມີດກົດລະບຽບ ວ່າດ້ວຍຄວາມປອດໄພຈະຖືກດຳເນີນຄະດີ.
ທີ່ ສປ ຈີນ: ກ່ອນໜ້າມະຫະກຳກີລາເຕະບານໂລກເລັກນ້ອຍ ໄດ້ມີຂ່າວອອກມາຈາກສະມາຄົມເຕະບານຂອງຈີນ ກ່ຽວກັບແຜນເກັບພາສີເພີ່ມ 100% ສຳລັບສະໂມສອນໃດທີ່ຊື້ນັກເຕະຕ່າງຊາດເຂົ້າມາຮ່ວມທິມ ແລະ ວ່າເງິນພາສີດັ່ງກ່າວຈະນຳໄປໃຊ້ເພື່ອພັດທະນານັກເຕະລຸ້ນສືບທອດ ຂ່າວນີ້ອອກມາໃນຂະນະທີ່ມີຂ່າວວ່າ ບາງສະໂມສອນເຕະບານຈີນມີແຜນຊື້ນັກເຕະ ດິເອໂກ ຄອດສະຕາ ຈາກ ເຊວຊີ ໃນມູນຄ່າ 90 ລ້ານປອນ ອີງຕາມກົດລະບຽບໃໝ່ນີ້ ສະໂມສອນດັ່ງກ່າວກໍ່ຕ້ອງໄດ້ຈ່າຍພາສີ ຈຳນວນ 90 ລ້ານປອນໃຫ້ທາງສະມາຄົມເຕະບານຈີນ ສື່ຂອງປະເທດອັງກິດຕີລາຄາວ່າ ກົດລະບຽບບວກພາສີເພີ່ມ 100% ຈາກຄ່າຕົວນັກເຕະຕ່າງຊາດທີ່ຊື້ມາຮ່ວມທິມນີ້ ແມ່ນຄວາມພະຍາຍາມຂອງຈີນ ເພື່ອປ້ອງກັນບໍ່ໃຫ້ມີການຊື້ຕົວນັກເຕະດ້ວຍຈຳນວນເງິນອັນມະຫາສານ ເລື່ອງຊື້ນັກເຕະຕ່າງປະເທດມາຮ່ວມທິມນີ້ ມີບາງປະເທດໄດ້ອອກມາປະກາດວ່າ ຈະຢຸດຕິ ເພາະນອກຈາກຕ້ອງໄດ້ຈ່າຍຄ່າຕົວໃນລາຄາສູງແລ້ວ ຍັງເບິ່ງບໍ່ງາມຕາ ເພາະບໍ່ແມ່ນຄົນໃນປະເທດເຈົ້າຂອງທິມແທ້ ເຖິງຈະຍາດໄດ້ໄຊຊະນະໃນສະໜາມ ແຕ່ກໍ່ບໍ່ມ່ວນໃຈເຕັມ 100%.
ທີ່ ກຳປູເຈຍ: ຂ່າວນີ້ອອກມາຈາກກຳປູເຈຍ ແຕ່ກາງປີກາຍພຸ້ນ ເຊິ່ງຖືວ່າເປັນບົດຮຽນທີ່ດີສຳລັບຊັ່ງຊາຜົນໄດ້ຜົນເສຍໃນໄລຍະສັ້ນ ແລະ ຍາວ ກ່ຽວກັບການຂາຍຊັບພະຍາກອນທຳມະຊາດໃຫ້ຕ່າງປະເທດ ຂ່າວບອກວ່າ ທາງການກຳປູເຈຍ ໄດ້ອອກຈົດໝາຍສັ່ງຫ້າມສົ່ງອອກດິນຊາຍຕາມບໍລິເວນແຄມຝັ່ງໄປສິງກະໂປ ໃນໄລຍະຜ່ານມາ ກຸ່ມນັກທຸລະກິດໄດ້ສົ່ງອອກດິນຊາຍເປັນຈຳນວນຫຼວງຫຼາຍທີ່ຂຸດຄົ້ນຈາກແຄມຝັ່ງທະເລ ດ້ານຕາເວັນຕົກສ່ຽງໃຕ້ຂອງປະເທດ ແລະ ຈາກແຄມຝັ່ງແມ່ນ້ຳຂອງ ກຸ່ມອະນຸລັກສິ່ງແວດລ້ອມ ກຳປູເຈຍ ທີ່ອອກໜ້າອອກຕາ ຄັດຄ້ານເລື່ອງນີ້ໃຫ້ເຫດຜົນວ່າ ການສົ່ງອອກດິນຊາຍຈະສ້າງຄວາມເສຍຫາຍແກ່ຊຸມຊົນທ້ອງຖິ່ນ ທັງເປັນການທຳລາຍລະບົບນິເວດອີກດ້ວຍ ຄຳສັ່ງຫ້າມນີ້ ມີຜົນສັກສິດນັບແຕ່ວັນທີ 10 ເດືອນກໍລະກົດ ປີ 2017 ເປັນຕົ້ນມາ.