ວັນເສົາ ທີ 23 ກຸມພາ 2019 18:11:35
ແຫຼ່ງຂ່າວທາງການທູດ ລາຍງານເມື່ອວັນທີ 14 ສິງຫານີ້ວ່າ ສປປ ເກົາຫຼີ ແລະ ສ ອາເມຣິກາ ໄດ້ດຳເນີນການເຈລະຈາລະດັບວິຊາການ ຢູ່ທີ່ບ້ານສະຫງົບເສິກ ປານມູນຈອມ ເມື່ອທ້າຍອາທິດທີ່ຜ່ານມາ.
ແຫຼ່ງຂ່າວດັ່ງກ່າວ ທີ່ບໍ່ປະສົງອອກນາມ ໃຫ້ຮູ້ວ່າ ບາດກ້າວຕໍ່ໄປຂອງ ສປປ ເກົາຫຼີ ໃນຂະບວນການຫັນສູ່ການປອດນີວເຄລຍ ແລະບັນຫາການອອກຖະແຫຼງການສິ້ນສຸດສົງຄາມເກົາຫຼີ (1950-1953) ຢ່າງເປັນທາງການ ຖືກຖືວ່າເປັນລາຍການດຳເນີນງານຂອງການເຈລະຈາດັ່ງກ່າວ.
ຂ່າວໃຫ້ຮູ້ອີກວ່າ ເຈົ້າໜ້າທີ່ ສປປ ເກົາຫຼີ ແລະ ສ ອາເມຣິກາ ໄດ້ປຶກສາຫາລືກ່ຽວກັບຫຼາຍມາດຕະການ “ຕົວຈິງ” ແຕ່ບໍ່ໄດ້ໃຫ້ຮູ້ເຖິງຂໍ້ມູນລາຍລະອຽດ. ແຫຼ່ງຂ່າວດັ່ງກ່າວ ກໍໃຫ້ຮູ້ວ່າ ສປປ ເກົາຫຼີ ແລະ ສ ອາເມຣິກາ ອາດຈະດຳເນີນການເຈລະຈາລະດັບວິຊາການຮອບຕໍ່ໄປ ຢູ່ທີ່ບ້ານປານມູນຈອມ ພາຍໃນອາທິດນີ້.
ອີກດ້ານໜຶ່ງ ຂ່າວສານຢອນຮັບ ລາຍງານວ່າ ຄະນະລ່ວງໜ້າຈຸໜຶ່ງຂອງ ສ ເກົາຫຼີ ປະກອບມີ 18 ຄົນ ໄດ້ເດີນທາງໄປຍັງ ສປປ ເກົາຫຼີ ໃນວັນທີ 15 ສິງຫານີ້ ເພື່ອກວດກາເບິ່ງວຽກງານການກະກຽມໃຫ້ແກ່ການພົບປະຂອງບັນດາຄອບຄົວ ທີ່ໄດ້ພັດພາກຈາກກັນ ໃນສະໄໝສົງຄາມເກົາຫຼີ (1950-1953). ຂ່າວແຈ້ງວ່າ ຄະນະດັ່ງກ່າວ ໄດ້ມຸ່ງໜ້າໄປຍັງພູ ກຶມກັງ ໃນເຂດແຄມຝັ່ງທະເລທິດຕາເວັນອອກຂອງ ສປປ ເກົາຫຼີ ຊຶ່ງເປັນສະຖານທີ່ໆຈະຈັດການພົບປະດັ່ງກ່າວ ໂດຍຈະມີຂຶ້ນແຕ່ວັນທີ 20-26 ສິງຫານີ້.