ວັນພຸດ ທີ 20 ກຸມພາ 2019 00:47:59
ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດຂຶ້ນວັນທີ 10 ສິງຫາ 2018 ຢູ່ສຳນັກງານດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ຟຟລ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະອຳນວຍການ ບັນດາສາຂາໄຟຟ້າລາວປະຈຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ບຸນອຸ້ມ ສີວັນເພັງ ກ່າວວ່າ: ໄລຍະຜ່ານມາ ຟຟລ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການພັດທະນາວຽກງານແຕ່ລະດ້ານ ເປັນຕົ້ນການສຸມໃສ່ປັບປຸງວຽກງານຈຳໜ່າຍໃຫ້ມີປະສິດທິຜົນ ແລະ ທັນກັບສະພາບການ ໂດຍເນັ້ນໃສ່ 3 ວຽກຫຼັກໃນທົ່ວປະເທດຄື: ການປັບປຸງວຽກບໍລິການ ການເກັບເງິນ-ທວງໜີ້ສິນ ແລະ ການແກ້ໄຂບັນຫາພະລັງງານຕົກເຮ່ຍ ປັດຈຸບັນທົ່ວປະເທດມີແຫຼ່ງຜະລິດກະ ແສໄຟຟ້າ 63 ແຫ່ງ ກຳລັງຕິດຕັ້ງ 6.627,14 ເມກາວັດ ສະເພາະ 6 ເດືອນຕົ້ນປີ 2018 ສາມາດຈຳໜ່າຍ ແລະ ສົ່ງພະລັງງານໄຟຟ້າຂາຍໄປຕ່າງປະເທດໄດ້ 716,31 ລ້ານກິໂລວັດໂມງ ເປັນເງິນ 241,23 ຕື້ກີບ ເທົ່າກັບ 130,49% (ລື່ນແຜນການ) ໃນລາຄາສະເລ່ຍເທົ່າກັບ 336,76 ກີບຕໍ່ກິໂລວັດໂມງ ຈຳໜ່າຍຢູ່ພາຍໃນ (ລວມລູກຄ້າລາຍໃຫຍ່) ໄດ້ 2.844,01 ລ້ານກິໂລວັດໂມງ ເປັນເງິນ 2.056,24 ຕື້ກີບ ເທົ່າກັບ 90,03% ເປັນເງິນ 90,59% (ຫຼຸດແຜນການ) ທົ່ວປະເທດມີບ້ານທີ່ມີໄຟ ຟ້າໃຊ້ຖາວອນ 8.497 ບ້ານ ໃນນີ້ ສາມາດຊົມໃຊ້ໄຟຟ້າຖາວອນ 7.690 ບ້ານ 1.123.448 ຄອບ ຄົວ ເທົ່າກັບ 93,23% ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດ.
ສຳລັບໂຄງການກໍ່ສ້າງເຂື່ອນໄຟຟ້າໃນປີ 2018 ຟຟລ ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການທີ່ກໍ່ ສ້າງເອງ 8 ໂຄງການ ກຳລັງຕິດຕັ້ງ 1.087 ເມກາວັດ ໃນນີ້ໂຄງການກໍ່ສ້າງສຳເລັດ ແລະ ມອບແລ້ວມີເຂື່ອນໄຟຟ້າເຊເສັດ 3 (23 ເມກາວັດ) ແລະ ເຂື່ອນໄຟຟ້ານ້ຳຄານ 3 (60 ເມກາວັດ) ພ້ອມນີ້ຍັງໄດ້ສືບຕໍ່ກໍ່ສ້າງ-ປັບປຸງລະບົບສາຍສົ່ງ ໂດຍໄດ້ສຳເລັດການກໍ່ສ້າງໂຄງການສາຍສົ່ງ 230 ກິໂລໂວນ (ທ່າບົກ-ນາບົງ) ສາຍສົ່ງ 230 ກິໂລໂວນ (ຫີນເຫີບ-ນ້ຳງື່ມ1-ນາບົງ) ແລະ ໂຄງການສາຍສົ່ງ 115 ກີໂລໂວນ (ຫ້ວຍຊາຍ-ທ່າຟ້າ) ແລະ ໂຄງການອື່ນໆອີກ.