ວັນເສົາ ທີ 23 ກຸມພາ 2019 12:45:36
ພໍຕື່ນຂຶ້ນແຕ່ເຊົ້າໆ ເດັກຊາຍຊື່ ແອເປດ ເວົ້າກັບຜູ້ເປັນແມ່ດ້ວຍ ຄວາມກະຕືລືລົ້ນວ່າ:
(ອີ່ແມ່ ອີ່ແມ່ ! ຄືນນີ້ ເປດ ຝັນວ່າ ໄດ້ຂີ່ຍົນໄປທ່ຽວຫຼວງພະບາງກັບແມ່.... ເມືອງຫຼວງພະບາງງາມຫຼາຍ... ແມ່ !).
ຝ່າຍແມ່ໂອບກອດລູກຊາຍ ແລະ ເວົ້າຂຶ້ນວ່າ:
(ເວົ້າຕໍ່ ແມ່ຢາກຟັງ... ລູກເຫັນຫຍັງແດ່ ? ໄດ້ກິນຫຍັງແດ່ ຢູ່ຫຼວງພະບາງ ຫັ້ນ ?).
ແອເປດ: (ຖາມເຮັດຫຍັງ ? ແມ່ກໍ່ໄປນຳກັນກັບລູກ).