ວັນອັງຄານ ທີ 19 ກຸມພາ 2019 21:27:40
ໃນວັນທີ 8-9 ສິງຫາ 2018 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຫົວໜ້າຄະນະສືບສວນ-ສອບສວນ ໄດ້ເດີນທາງໄປກວດກາການບໍລິຫານຈັດການນ້ຳຂອງເຂື່ອນໄຟຟ້າພະລັງງານນ້ຳຕ່າງໆທີ່ນອນຢູ່ໃນແຂວງຫຼວງພະບາງ ເປັນຕົ້ນ ເຂື່ອນໄຟຟ້ານ້ຳຄານ 2 ນ້ຳຄານ 3 ນ້ຳອູ 1 ແລະ 2 ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງເດີນທາງລົງໄປຕິດຕາມນຳ ໂດຍການຕ້ອນຮັບຈາກທ່ານ ບົວທອງ ແພງສະຫວັນ ປະທານຄະນະກວດກາພັກ ອົງການກວດກາລັດ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານຮອງນາຍົກໄດ້ຮັບຟັງລາຍງານຈາກຜູ້ອຳນວຍການແຕ່ລະເຂື່ອນກ່ຽວກັບການບໍລິຫານຈັດການນ້ຳ ການກວດຄືນບັນດາເຕັກນິກການກໍ່ສ້າງ ລວມທັງລາຍງານລະດັບນ້ຳໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃຫ້ຮັບຊາບເປັນແຕ່ລະໄລຍະ ລວມໄປເຖິງການແກ້ຂ່າວທີ່ຄົນຈຳນວນໜຶ່ງສ້າງຂຶ້ນມາໃນສັງຄົມອອນລາຍກ່ຽວກັບເຂື່ອນ.
ຈາກນັ້ນ ທ່ານໄດ້ໃຫ້ທິດຊີ້ນຳຄະນະອຳນວຍການ ຄະນະຮັບຜິດຊອບບັນດາເຂື່ອນ ແລະ ອຳນາດການປົກຄອງທ້ອງຖິ່ນ ໂດຍທ່ານໄດ້ເນັ້ນໃຫ້ຄະນະຮັບຜິດຊອບເຂື່ອນໃຫ້ມີສະຕິ ມີຄວາມລະມັດລະວັງ ໃນການບໍລິຫານຈັດການນ້ຳໜ້າເຂື່ອນ ເພື່ອຮອງຮັບປະລິມານນ້ຳທີ່ຈະເພີ່ມຂຶ້ນໃນແຕ່ລະໄລຍະ ເອົາໃຈ ໃສ່ຕິດຕາມສະພາບດິນຟ້າອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ ຮັກສາການປ່ອຍນ້ຳໃຫ້ຢູ່ໃນລະດັບປອດໄພຈົນກວ່າລະດູຝົນຈະຜ່ານໄປ ໃຫ້ຄະນະຮັບຜິດຊອບບັນດາເຂື່ອນກວດກາຄືນບັນດາເຕັກນິກການກໍ່ສ້າງ ສະຖານທີ່ມີຄວາມສ່ຽງຕ່າງໆຖ້າຫາກມີສິ່ງຜິດປົກກະຕິໃຫ້ຮີບຮ້ອນຫາວິທີ່ແກ້ໄຂຢ່າງຮີບດ່ວນ ພ້ອມກັນນີ້ ຕ້ອງມີສະຕິເປັນເຈົ້າການໃນການຮັກສາຄວາມປອດໄພໃນບໍລິເວນໜ້າເຂື່ອນ ສັນເຂື່ອນ ແລະ ບໍລິເວນອື່ນໆ ພ້ອມທັງປະກອບອຸປະກອນເຕັກນິກທີ່ທັນສະໄໝເຂົ້າໃນການຮັກສາຄວາມປອດໄພຕື່ມອີກ ເປັນຕົ້ນ ກ້ອງວົງຈອນປິດ ລະບົບເຕືອນໄພ ສ່ວນອຳນາດການປົກຄອງທ້ອງຖິ່ນຕ້ອງເອົາໃຈໃສ່ໃນການລະດົມ ແລະ ຈັດສັນເຮືອນຊານຂອງປະຊາຊົນໃຫ້ຕັ້ງຢູ່ໃນເຂດທີ່ປອດໄພ ແລະ ບໍ່ມີຄວາມສ່ຽງ ຍົກຍ້າຍຈຳນວນທີ່ຕັ້ງຢູ່ໃນເຂດທີ່ມີນ້ຳຖ້ວມເປັນປະຈຳໄປຢູ່ເຂດທີ່ສູງ ແລະ ປອດໄພ ເພື່ອບໍ່ໃຫ້ເກີດບັນຫາອຸທົກກະໄພຊ້ຳຊາກອີກ.
ໂອກາດດຽວກັນນີ້ ທ່ານຮອງນາຍົກພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມປະຊາຊົນບ້ານຈັດສັນ ສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພະບາງ ທີ່ໄດ້ຮັບຜົນກະທົບຈາກດິນເຈື່ອນທັບເຮືອນ ອັນເນື່ອງມາຈາກຝົນຕົກແຮງ ແລະ ໃຫ້ທິດຊີ້ນຳໃນການຊ່ວຍເຫຼືອແກ່ເຂົາເຈົ້າຕື່ມອີກ.