ວັນເສົາ ທີ 16 ກຸມພາ 2019 16:06:41
ວັນທີ 8 ສິງຫາ 2018 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມຫຼັກ 5 ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມວຽກງານຊາຍແດນແຫ່ງຊາດ ໂດຍເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານ ແລະ ຜູ້ປະຈຳການຄະນະກຳມາທິການຊາຍແດນແຫ່ງຊາດ ມີບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງຕ່າງໆ ບັນດາທ່ານເຈົ້າແຂວງ ປະທານ ແລະ ຮອງປະທານຄະນະກຳມາທິການຂອງສະພາແຫ່ງຊາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຮອງເຈົ້າແຂວງຕ່າງໆ ຕາງໜ້າອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງຂອງພັກ ແລະ ລັດ ອົງການຈັດຕັ້ງມະຫາຊົນ ສະຖາບັນຄົ້ນຄວ້າ ແລະ ການສຶກສາ ພ້ອມດ້ວຍພະນັກງານອາວຸໂສບຳນານ ພະນັກງານຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ 450 ກວ່າຄົນ.
ກອງປະຊຸມ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານ ແລະ ສັງ ເກດຕີລາຄາການຈັດຕັ້ງປະຕິບັດວຽກງານຊາຍແດນ ລະຫວ່າງ ລາວ ກັບບັນດາປະເທດໃກ້ຄຽງໃນໄລຍະຜ່ານມາ ໂດຍສະເພາະ ວຽກງານການຄຸ້ມຄອງຊາຍແດນ ຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງບັນດາດ່ານ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດ ແລະ ບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ພ້ອມທັງໄດ້ສະເໜີທິດທາງໃນການແກ້ໄຂ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃນນັ້ນ ທ່ານໄດ້ກ່າວບາງຕອນວ່າ: ຕະຫຼອດໄລຍະ 40 ກວ່າປີທີ່ຜ່ານມາ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ-ລັດຖະບານທີ່ໄດ້ວາງອອກຢ່າງຖືກຕ້ອງ ແລະ ສອດຄ່ອງແຕ່ລະໄລຍະ ຍາມໃດລັດຖະບານກໍ່ໄດ້ຖືເອົາວຽກງານຊາຍແດນແຫ່ງຊາດເປັນວຽກງານໜຶ່ງທີ່ສຳຄັນໃນການປົກປັກຮັກສາເອ ກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ ເພື່ອເປັນພື້ນຖານໃຫ້ແກ່ການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກັບປະເທດອ້ອມຂ້າງ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດພາກພື້ນ ແລະ ສາກົນ ໂດຍໄດ້ກຳນົດຊາຍແດນກັບບັນດາປະເທດໃກ້ຄຽງໃຫ້ມີຄວາມຈະແຈ້ງຊັດເຈນ ຫຼີກລ່ຽງບໍ່ໃຫ້ມີບັນຫາຂັດແຍ່ງທີ່ເກີດຂຶ້ນ ແລະ ອາດຈະນຳໄປເຖິງການປະທະກັນດ້ວຍກຳລັງຍ້ອນບັນຫາຊາຍແດນ.
ມາຮອດປັດຈຸບັນການຈັດຕັ້ງປະຕິບັດວຽກງານຊາຍແດນແຫ່ງຊາດ ໄດ້ປະສົບຜົນສຳເລັດຫຼາຍຢ່າງທີ່ເປັນໜ້າເພິ່ງພໍໃຈ ໂດຍໄດ້ສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນກັບສາມປະເທດແລ້ວ ຄື: ຫວຽດນາມ ຈີນ ແລະ ມຽນມາ ແລະ ກຳລັງສືບຕໍ່ດຳເນີນການສຳຫຼວດ ແລະ ປັກຫຼັກໝາຍກັບໄທ ແລະ ກຳປູເຈຍ ຜົນສຳເລັດດັ່ງກ່າວນັ້ນແມ່ນໝາກຜົນຂອງການປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມເປັນເຈົ້າການຂອງພວກເຮົາ ດ້ວຍການປະສານສົມທົບລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ໂດຍພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ແລະ ໂດຍກົງຂອງພັກ ແລະ ລັດຖະບານເຮົາ.
ແຕ່ເຖິງຢ່າງໃດກໍ່ຕາມ ຄຽງຄູ່ກັບຜົນສຳເລັດດັ່ງກ່າວໃນການຄຸ້ມຄອງຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງຊາຍແດນ ພວກເຮົາຍັງປະເຊີນກັບສິ່ງທ້າທາຍ ແລະ ປາກົດການຫຍໍ້ທໍ້ຫຼາຍຢ່າງທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນທີ່ພວກເຮົາທັງໝົດຢູ່ສູນກາງ ແລະ ທ້ອງຖິ່ນຈະຕ້ອງໄດ້ເພີ່ມທະວີການຮ່ວມມື ແລະ ມີຄວາມເປັນເອກະພາບກັນ ສຸມໃສ່ແກ້ໄຂຮ່ວມກັນ ເປັນຕົ້ນ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ປ່າໄມ້ ແຮ່ທາດ ຫີນ ຊາຍ ແລະ ສັດປ່າຫວງຫ້າມຕ່າງໆ) ການຄ້າຂາຍເຖື່ອນ ຄ້າຢາເສບຕິດ ຄ້າມະນຸດ ບັນຫາຕະຝັ່ງເຈື່ອນ ການບຸກເບີກເສັ້ນທາງທີ່ເຕັງເສັ້ນຊາຍແດນ ໃກ້ເສັ້ນຊາຍແດນ ແລະ ເລິກເຂົ້າໃນດິນຂອງກັນ ແລະ ກັນ ການປູກຝັງ-ລ້ຽງສັດຂ້າມຊາຍແດນ ການຍົກຍ້າຍຕັ້ງພູມລຳເນົາຂ້າມຊາຍແດນຕາມລຳພັງໃຈ ແລະ ບັນຫາອື່ນໆ ບັນຫາທັງໝົດເຫຼົ່ານີ້ຖ້າພວກເຮົາບໍ່ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ເຫຼົ່ານີ້ຈະແຕະຕ້ອງເຖິງອະທິປະໄຕ ແລະ ຄວາມໝັ້ນຄົງຂອງພວກເຮົາ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍໄດ້ລົງເລິກຄຳຖາມເຈາະຈີ້ມຂອງທ່ານປະທານກ່ຽວກັບທິດທາງໃນການແກ້ໄຂ ແລະ ມາດຕະການທີ່ຕ້ອງໄດ້ປະຕິບັດໃນຕໍ່ໜ້າຮ່ວມກັນ ເພື່ອຊອກຫາຊ່ອງທາງໃນການແກ້ໄຂບັນຫາສິ່ງທ້າທາຍ ແລະ ປາກົດການຫຍໍ້ທໍ້ຕ່າງໆໃຫ້ມີປະສິດທິຜົນ.
ພ້ອມດຽວກັນ ໃນກອງປະຊຸມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຍັງໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ພວກເຮົາຍາດມາໄດ້ມາຮອດປັດຈຸບັນ ແລະ ໄດ້ເນັ້ນໜັກໃຫ້ທຸກຂະແໜງການຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີກັນ ແລະ ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ໂດຍນຳເອົາແນວທາງດັ່ງກ່າວເປັນທິດໃນການຈັດຕັ້ງປະຕິບັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ແນໃສ່ແກ້ໄຂຈຸດຄົງຄ້າງກັບປະເທດໃກ້ຄຽງນັ້ນໃຫ້ສຳເລັດ ພ້ອມດຽວກັນນັ້ນ ທ່ານຍັງຊີ້ນຳໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງໃນການແກ້ໄຂທຸກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມຊາຍແດນຂອງພວກເຮົາໃຫ້ຫຼຸດລົງເທື່ອລະກ້າວເອົາໃຈໃສ່ຕິດຕາມ ກວດກາຕາມບໍລິເວນຊາຍແດນ ແລະ ຫຼັກໝາຍຊາຍແດນຢ່າງເປັນປົກກະຕິ ເພື່ອເກັບກຳການ ເຄື່ອນໄຫວທີ່ຜິດກົດໝາຍ ແລະ ຮູ້ໄດ້ຢ່າງທັນການ ພ້ອມນີ້ ທ່ານຍັງໄດ້ຊີ້ນຳໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນນຳເອົາຜົນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນໃຫ້ແຕກດອກອອກຜົນ ແລະ ເປັນຮູບປະທຳ ໂດຍມີການວາງແຜນຍຸດທະສາດໄລຍະສັ້ນ ແລະ ໄລຍະຍາວຢ່າງເປັນລະບົບ ເພື່ອສືບຕໍ່ປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ ແນໃສ່ເຮັດໃຫ້ຊາຍແດນລະ ຫວ່າງລາວກັບບັນດາປະເທດໃກ້ຄຽງເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືພັດທະນາທີ່ຍືນຍົງ.