ວັນອັງຄານ ທີ 19 ກຸມພາ 2019 08:05:25
ໃນວັນທີ 7 ສິງຫາ 2018 ທີ່ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ ເອກອັກຄະລັດສະທູດສະວິດ ປະຈຳລາວ ເຊິ່ງມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ຄົບຮອບ 727 ປີ (01/08/1291-01/08/2018) ໂດຍມີທ່ານ ອີໂວ ຊີເບີ ເອກອັກຄະລັດສະທູດສະວິດ ປະຈຳລາວ ທ່ານ ທີມ ແອນເດີລິນ ຫົວໜ້າອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມືປະຈຳພາກພື້ນ ມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ທູຕານຸທູດ ຕາງໜ້າຈາກສຳນັກງານອົງການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ລາວ-ສະວິດ ມີສາຍພົວພັນຮ່ວມມືກັນມາດົນນານແລ້ວ ໂດຍສະເພາະໃນການຮ່ວມມືຊ່ວຍເຫຼືອວຽກງານມະນຸດສະທຳ ຜ່ານອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມືປະຈຳລາວ ເລີ່ມມີບົດບາດໃນການຮ່ວມມືຊ່ວຍເຫຼືອມາແຕ່ 2006 ໂດຍສະເພາະ ໂຄງການຄ້ຳປະກັນທາງດ້ານສະບຽງອາຫານ ແລະ ເສີມສ້າງລາຍຮັບໃຫ້ຊຸມຊົນ ສະໜັບສະໜູນລາວເຂົ້າເປັນສະມາຊິກອາຊຽນ ນອກນັ້ນກໍ່ຍັງໃຫ້ການສະໜັບສະໜູນທຶນກູ້ຢືມບໍ່ມີດອກເບ້ຍ ເຂົ້າໃນການພັດທະນາການສຶກສາ ສາທາ ແລະ ວຽກງານຂະແໜງການອື່ນໆ ມາເຖິງປັດຈຸບັນ ທາງອົງການໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຫຼາຍກວ່າ 120 ລ້ານໂດລາສະຫະລັດ ແຕ່ລະປີສະເລ່ຍປະມານ 20 ລ້ານໂດລາ ແລະ ຫຼ້າສຸດ ໃຫ້ການຊ່ວຍເຫຼືອວຽກງານມະນຸດສະທຳຜ່ານອົງການກາແດງສາກົນ ມູນຄ່າ 2 ຕື້ກວ່າກີບ ປະມານ 300.000 ໂດລາ ເພື່ອຊ່ວຍເຫຼືອຜູ້ປະສົບໄພໃນ ສປປ ລາວ.
ທ່ານ ອີໂວ ຊີເບີ ກ່າວວ່າ: ບົນພື້ນຖານມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີ ລັດຖະບານສະວິດພ້ອມໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຍົກສູງຄຸນະພາບຊີວິດ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດອັນໃກ້ນີ້.