ວັນອັງຄານ ທີ 19 ກຸມພາ 2019 08:28:35
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ແຕ່ວັນທີ 1-4 ສິງຫາ 2018 ທີ່ສິງກະໂປ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຂອງບັນດາປະເທດຕ່າງໆ ເຊັ່ນ: ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ທີ່ປຶກສາແຫ່ງລັດ ລັດຖະມົນຕີການຕ່າງປະເທດຈີນ ລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ລັດຖະມົນຕີການຕ່າງປະເທດຣັດເຊຍ ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ ລັດຖະມົນຕີການຕ່າງປະເທດນອກແວ ລັດຖະມົນຕີອາວຸໂສ ປະຈຳກະຊວງການຕ່າງປະເທດອິນເດຍ ລັດຖະມົນຕີການຕ່າງປະເທດສະຫະລັດອາເມຣິກາ ລັດຖະມົນຕີການຕ່າງປະເທດມາເລເຊຍ ລັດຖະມົນຕີຕ່າງປະເທດ ແລະ ການຄ້າຜູ້ທີ 2 ແຫ່ງ ບຣູໄນດາລູຊາລາມ ຜູ້ຕາງໜ້າລະດັບສູງວຽກງານຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ ແລະ ລັດຖະມົນຕີການຕ່າງປະເທດສີລັງກາ.
ການພົບປະສອງຝ່າຍຄັ້ງນີ້ ບັນດາຄູ່ຮ່ວມຕຳແໜ່ງປະເທດຕ່າງໆ ໄດ້ສະແດງຄວາມເຫັນໃຈຕໍ່ເຫດການໄພພິບັດນ້ຳຖ້ວມຢູ່ແຂວງອັດຕະປື ຍ້ອນສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ພ້ອມກັນນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນຂອງປະເທດດັ່ງກ່າວ ທີ່ໄດ້ສະແດງຄວາມເຫັນໃຈ ໃຫ້ເງິນຊ່ວຍເຫຼືອ ແລະ ເຄື່ອງຂອງບັນເທົາທຸກມາຍັງປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ນອກນັ້ນຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງລາວ ແລະ ບັນດາປະເທດຕ່າງໆທີ່ມີການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ຢືນຢັນທີ່ຈະສືບຕໍ່ຮ່ວມມືກັນໃນການພັດທະນາສາຍພົວພັນ ກໍ່ຄື ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ ສອງຝ່າຍຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດຜົນການຢ້ຽມຢາມ ແລະ ການຕົກລົງກັນຂອງການນຳຂັ້ນສູງ ລະຫວ່າງລາວກັບບັນດາປະເທດຕ່າງໆ ນອກນັ້ນ ຍັງໄດ້ປຶກສາຫາລືການຮ່ວມມືສອງຝ່າຍ ໂດຍສະເພາະ ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ການລົງທຶນ ການສຶກສາ ການທ່ອງທ່ຽວ ແລະ ດ້ານອື່ນໆ.
ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ນອກແວ ຍັງໄດ້ລົງນາມສັນຍາວ່າດ້ວຍການຍົກເວັ້ນວີຊາການທູດຮ່ວມກັນ ເພື່ອເປັນຂົວຕໍ່ຊຸກຍູ້ການຮ່ວມມືຂອງຂະແໜງການອື່ນໆໃນອະນາຄົດ.