ວັນອັງຄານ ທີ 19 ກຸມພາ 2019 08:10:49
ກອງປະຊຸມລັດຖະບານສະໄໝວິສາມັນ ປະຈຳເດືອນສິງຫາ 2018 ຈັດຂຶ້ນວັນທີ 6-7 ສິງຫາ 2018 ໂດຍເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງລາຍງານຈາກທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ກ່ຽວກັບສະພາບ ແລະ ທິດທາງການແກ້ໄຂໄພພິບັດຢູ່ແຂວງອັດຕະປື ແລະ ສະພາບນ້ຳຖ້ວມໃນຂອບເຂດທົ່ວປະເທດ ຕົກລົງໃຫ້ທຸກພາກສ່ວນກ່ຽວ ຂ້ອງສຸມທຸກຄວາມພະຍາຍາມ ແລະ ນຳໃຊ້ກຳລັງແຮງພາຍໃນ ທີ່ມີ ໂດຍສົມທົບກັບກຳລັງຊ່ວຍ ເຫຼືອຈາກບັນດາປະເທດເພື່ອນມິດ ເພື່ອສືບຕໍ່ຊອກຄົ້ນຫາຜູ້ທີ່ຍັງຊອກບໍ່ເຫັນທີ່ອາດຍັງມີຊີວິດຢູ່ ແລະ ນຳເອົາມາທີ່ປອດໄພພ້ອມນີ້ ໃຫ້ສືບຕໍ່ຄົ້ນຫາຜູ້ທີເສຍຊີວິດໃຫ້ພົບເຫັນ ແລະ ເກັບກູ້ສົບມາໃຫ້ໄດ້ໄວເທົ່າທີ່ຈະໄວ້ໄດ້ ເພື່ອເອົາມາສັນນະສູດສົບ ແລະ ຈັດພິທີຕາມຮີດຄອງປະເພນີສືບ ຕໍ່ສ້າງສະຖານທີ່ພັກເຊົາໃຫ້ປະ ຊາຊົນທີ່ປະສົບໄພທີ່ອົບພະຍົກ ມາເຕົ້າໂຮມຢູ່ສູນຕ່າງໆໃຫ້ໄວ ແລະ ພຽງພໍກັບຄວາມຕ້ອງການໃນເບື້ອງຕົ້ນ ແລະ ເພື່ອໃຫ້ກ້າວສູ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເປັນກ້າວໆ ສືບຕໍ່ເບິ່ງແຍງປະຊາຊົນທີ່ປະສົບໄພ ໂດຍສະ ເພາະ ໃຫ້ມີອາຫານ-ການກິນ-ນ້ຳດື່ມ ນ້ຳໃຊ້ ດູແລສຸຂະພາບປ້ອງກັນ ບໍ່ໃຫ້ເກີດພະຍາດລະ ບາດປົວແປງທາງດ້ານຈິດໃຈ ແລະ ສືບຕໍ່ຊ່ວຍສົງເຄາະ ແລະ ເຮັດວຽກງານສະຫວັດດີການອື່ນໆ ສືບຕໍ່ຈັດຈັດສົ່ງ ແລະ ແຈກຢາຍອຸປະກອນເຄື່ອງມື ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ມີຄວາມຕ້ອງການຈຳເປັນຮີບດ່ວນສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີຊີວິດຢູ່ຢ່າງປອດໄພສ້າງສາທາລະນຸປະໂພກໃຫ້ປະຊາຊົນມີ ຄວາມສະດວກຍິ່ງຂຶ້ນ ພ້ອມນີ້ ກໍ່ສືບຕໍ່ຄຸ້ມຄອງເຄື່ອງບັນເທົາທຸກ ແລະ ແຈກຢາຍໃຫ້ທົ່ວເຖິງຄຸ້ມຄອງເງິນຊ່ວຍເຫຼືອ ແລະ ນຳ ໃຊ້ຢ່າງຮັດກຸມໂປ່ງໃສ ແລະ ສາ ມາດກວດກາ-ຄຸ້ມຄອງໄດ້.
ກອງປະຊຸມຕົກລົງແຕ່ງຕັ້ງຄະນະສືບສວນ-ສອບສວນຄະ ນະໜຶ່ງຂຶ້ນ ໂດຍມອບໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ລັດຖະມົນຕີ ປະທານອົງການ ກວດກາລັດຖະບານເປັນ ຫົວໜ້າ ຄະນະຄະນະຮັບຜິດຊອບສືບ ສວນ-ສອບສວນນີ້ ສາມາດຮັບເອົາການຊ່ວຍເຫຼືອດ້ານການເງິນເຕັກນິກແລະຊ່ຽວຊານຈາກຕ່າງປະເທດ ທີ່ມີມາດຕະຖານສາກົນມາຊ່ວຍພິສູດກວດກາດ້ານເຕັກນິກ ຊອກໃຫ້ເຫັນສາ ເຫດທີ່ພາໃຫ້ມີການແຕກຫັກ ຂອງເຂື່ອນ ແລະ ສາມາດເຊີນ ຕົວແທນຂອງລັດຖະບານຂອງ ປະເທດທີ່ມີບໍລິສັດຜູ້ປະກອບການ ແລະ ຂາຮຸ້ນທີ່ຈົດທະບຽນ ຢູ່ມາໃຫ້ຄຳປຶກສາ ຫຼື ສັງເກດການ ທັງນີ້ ກໍ່ເພື່ອແນໃສ່ໃຫ້ ການສືບສວນ-ສອບສວນ ມີຄຸ ນະພາບສູງມີຄວາມໂປ່ງໃສແລະ ເປັນທີ່ຍອມຮັບຕໍ່ພາຍໃນ ແລະ ຕ່າງປະເທດພາຍຫຼັງມີຜົນການສືບສວນ-ສອບສວນ ອອກມາແລ້ວ ຈຶ່ງດຳເນີນການໃນ ບາດກ້າວຕໍ່ໄປ ພ້ອມນີ້ ຍັງໄດ້ຕົກລົງແຕ່ງຕັ້ງຄະນະກຳມະ ການລະດັບສູງຂອງລັດຖະບານເພື່ອກວດກາຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດກ່ຽວຂ້ອງກັບການອະນຸມັດການກໍ່ສ້າງການເຕືອນໄພລ່ວງໜ້າຕ່າງໆທີ່ພົວພັນກັບເລື່ອງທີ່ເກີດຂຶ້ນພາຍໃຕ້ການຊີ້ນຳຂອງທ່ານ ບຸນທອງຈິດມະນີ.
ກອງປະຊຸມໄດ້ຕົກລົງໃຫ້ຄະ ນະກຳມະການສະເພາະກິດແກ້ ໄຂໄພພິບັດລະດັບຊາດ ແຕ່ງຕັ້ງຄະນະເພື່ອດຳເນີນການປະເມີນຜົນເສຍຫາຍ ແລະ ຜົນກະທົບຂອງໄພພິບັດຄັ້ງນີ້ໂດຍໄວ ຄຽງຄູ່ກັນນີ້ ກໍ່ໃຫ້ຄະນະດັ່ງກ່າວສ້າງ ຕັ້ງໜ່ວຍງານໜຶ່ງຂຶ້ນ ເພື່ອສ້າງແຜນຟື້ນຟູໄພພິບັດສະເພາະໜ້າ ແລະ ຍາວນານເພື່ອລາຍງານລັດຖະບານ ແລະ ກຳນົດບຸລິ ມະສິດຂອງການລົງທຶນຈັດສັນ ງົບປະມານ ແລະ ເລີ່ມລົງມືດຳ ເນີນການຟື້ນຟູໂດຍໄວພາຍຫຼັງນ້ຳຫຼຸດລົງ.
ຕົກລົງແຕ່ງຕັ້ງຄະນະຮັບຜິດ ຊອບກວດກາຄືນດ້ານເຕັກນິກແລະ ຄຸນະພາບການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆທີ່ ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳ ເລັດແລ້ວໃນທົ່ວປະເທດ ໂດຍມອບໃຫ້ກະຊວງພະລັງງານແລະ ບໍ່ແຮ່ ເປັນເຈົ້າການສົມ ທົບກັບກະຊວງໂຍທາທິການ ແລະ ຂົນສົ່ງກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊ່ຽວຊານ ຈາກສາກົນ ຖ້າກວດເຫັນສິ່ງ ຜິດປົກກະຕິໃນການອອກແບບຫຼື ໃນມາດຕະຖານກໍ່ສ້າງກໍ່ໃຫ້ມີການລາຍງານໃຫ້ລັດຖະບານເປັນແຕ່ລະກໍລະນີເພື່ອເອົາມາດຕະການປັບປຸງແກ້ໄຂ ພ້ອມນີ້ ລັດຖະບານຈະໃຫ້ໂຈະຊົ່ວຄາວ ໃນການພິຈາລະນາຮັບເອົາການ ສະເໜີໂຄງການໃໝ່ໄວ້ກ່ອນ ເພື່ອສຶກສາຄືນຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟ ຟ້າໃນລາວຕໍ່ໄປເພື່ອເປັນບ່ອນອີງໃຫ້ການດຳເນີນການຕໍ່ໄປຍ້ອນໄລຍະນີ້ ໃນທົ່ວປະເທດກຳ ລັງຖືກຄຸກຄາມຈາກໄພນ້ຳຖ້ວມຈຶ່ງໃຫ້ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງ ຊາດສືບຕໍ່ຕິດຕາມກວດກາ ແລະ ສະຫຼຸບລາຍງານສະພາບນ້ຳຖ້ວມໃນທົ່ວປະເທດຢ່າງເປັນ ປະຈຳ ພ້ອມທັງຮີບຮ້ອນປະສານ ງານກັບທ້ອງຖິ່ນ ເພື່ອໃຫ້ການຊ່ວຍເຫຼືອແກ່ປະຊາຊົນຢ່າງ ທັນການ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດໃນຂອບເຂດທົ່ວປະເທດ ແລະແຈ້ງເຕືອນໄພພິບັດໃຫ້ທົ່ວເຖິງແລະ ທັນການ ໂດຍມອບໃຫ້ຂະແໜງການ ແລະ ທ້ອງຖິ່ນເອົາໃຈໃສ່ ແລະ ກຽມຄວາມພ້ອມໃນການເຄື່ອນຍ້າຍປະຊາ ຊົນ ຖ້າຫາກສະພາບຄວາມ ສ່ຽງໄພກໍ່ໃຫ້ມີການເຕືອນໄພ ລ່ວງໜ້າຢ່າງທັນການ ໃຫ້ພາກ ສ່ວນກ່ຽວຂ້ອງເຝົ້າລະວັງຢູ່ປະ ຈຳການທຸກເຂື່ອນໄຟຟ້ານ້ຳຕົກທົ່ວປະເທດມີການຈັດການ ການບໍລິຫານນ້ຳຢູ່ເຂື່ອນຕ່າງໆຢ່າງເໝາະສົມເພື່ອປ້ອງກັນອຸບັດຕິເຫດບໍ່ໃຫ້ເກີດຂຶ້ນ.