ວັນເສົາ ທີ 23 ກຸມພາ 2019 17:44:20
ແຫຼ່ງຂ່າວ Sputniknews ອ້າງຕາມຂໍ້ມູນຈາກສະຫະພັນນັກຂ່າວແຫ່ງຊາດເວເນຊູເອລາ ໃຫ້ຮູ້ວ່າ ເຈົ້າໜ້າດ້ານການສື່ສານ 11 ຄົນ ໄດ້ຖືກເຈົ້າໜ້າທີ່ເວເນຊູເອລາຈັບກຸມ ຫຼັງຈາກ ເກີດເຫດການລອບສັງຫານປະທານາທິບໍດີ ນີໂກລາສ ມາດູໂຣ ບໍ່ປະສົບຜົນສຳເລັດ ເມື່ອວັນທີ 4 ສິງຫາທີ່ຜ່ານມາ.
ເມື່ອວັນທີ 5 ສິງຫານີ້ ສະຫະພັນນັກຂ່າວແຫ່ງຊາດເວເນຊູເອລາ ລົງພິມຂໍ້ຄວາມຜ່ານ ສື່ສັງຄົມ Twitter ຊີ້ແຈງວ່າ ນັກຂ່າວ ແລະ ຊ່ຽວຊານດ້ານການສື່ສານ 11 ຄົນ ໄດ້ຖືກຈັບກຸມ ໂດຍມີຈຳນວນໜຶ່ງຖືກທຸບຕີ. ພ້ອມກັນນັ້ນ ສະຫະພັນນັກຂ່າວແຫ່ງຊາດເວເນຊູເອລາ ກໍໄດ້ສະແດງ ຄວາມຄັດຄ້ານຕໍ່ການຈັບກຸມນັ້ນ ແລະ ສະເໜີໃຫ້ມີການລົງໂທດຜູ້ທີ່ລະເມີດຕໍ່ສິດທິການໃຫ້ຂໍ້ມູນ ຂ່າວສານ.
ສະຫະພັນນັກຂ່າວແຫ່ງຊາດເວເນຊູເອລາ ກໍເນັ້ນໜັກວ່າ ຜູ້ທີ່ຖືກຈັບກຸມນັ້ນມີລວມເຖິງນັກ ຂ່າວຕ່າງປະເທດ ທີ່ເປັນຕົວແທນໃຫ້ແກ່ອາກຊັງຕິນ ແລະ ແອດສະປາຍ ແລະພະນັກງານຂອງ ສຳນັກຂ່າວສານ AFP ຂອງຝຣັ່ງ 1 ຄົນ.