ວັນເສົາ ທີ 16 ກຸມພາ 2019 17:14:37
ວັນທີ 4 ສິງຫາ 2018 ທີ່ສິງກະໂປ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 19 ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 8 ແລະ ກອງປະຊຸມເວທີພາກພື້ນອາຊຽນ (ເອອາເອບ) ຄັ້ງທີ 25.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 19 ໄດ້ຢ້ຳຄືນບົດບາດຄວາມສຳຄັນຂອງຂອບການຮ່ວມມືອາຊຽນບວກສາມ ໃນການເປັນກຳລັງຂັບເຄື່ອນຫຼັກເພື່ອກ້າວໄປສູ່ເປົ້າໝາຍໄລຍະຍາວ ຂອງການສ້າງປະຊາຄົມອາຊີຕາເວັນອອກທີ່ມີອາຊຽນເປັນໃຈກາງ ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດສາມຝ່າຍ ລະຫວ່າງ ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ ຄັ້ງທີ 7 ໃນເດືອນພຶດສະພາ 2018 ທີ່ຍີ່ປຸ່ນ ເຊິ່ງໄດ້ປະ ກອບສ່ວນສ້າງທ່ວງທ່າທີ່ດີໃຫ້ແກ່ການຮ່ວມມືອາຊຽນບວກສາມ ກອງປະຊຸມສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກການຮ່ວມມືອາຊຽນບວກສາມສຳລັບ 2018-2020 ແລະ ບັນດາຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກ II (EAVG II) ໃນໄລຍະໜຶ່ງປີຜ່ານມາ ເຊິ່ງກວມເອົາຫຼາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ ແລະ ການເງິນ ການເສື່ອມຈອດ ຄວາມໝັ້ນຄົງດ້ານສະບຽງອາຫານ ການຮັດແຄບຄວາມແຕກໂຕນການສຶກສາ ສາທາ ໄພພິບັດທຳມະຊາດ ການຕ້ານອາຊະກຳຂ້າມຊາດ ແລະ ອື່ນໆ ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ຄວາມສຳຄັນຂອງການຄ້າຫຼາຍຝ່າຍແບບເສລີ ແລະ ເປີດກວ້າງໃນທ່າມກາງມາດຕະການປົກປ້ອງຕະຫຼາດພາຍໃນຂອງບາງປະເທດ ກອງປະຊຸມເຫັນດີເພີ່ມທະວີການຮ່ວມມືດ້ານເສດຖະກິດ ລວມທັງການສ້າງຄວາມສາມາດເພື່ອຮັບມືກັບຜົນກະທົບຂອງການປະຕິວັດດ້ານອຸດສາຫະກຳ ແລະ ການພັດທະນາເສດຖະກິດດີຈີຕອນ ແລະ ເຄືອຄ່າຍຕົວເມືອງທັນສະໄໝ ແລະ ຕົວເມືອງວັດ ທະນະທຳ ອັນສຳຄັນກອງປະຊຸມໄດ້ເນັ້ນຄວາມສຳຄັນຂອງການສົ່ງເສີມລະບົບການຄ້າສາກົນທີ່ເປີດກວ້າງ ແລະ ເສລີແລະ ຢ້ຳຄືນຄວາມໝາຍໝັ້ນໃນການເຮັດວຽກຮ່ວມກັນ ເພື່ອເລັ່ງລັດການເຈລະຈາສັນຍາຄູ່ຮ່ວມທາງເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ໃຫ້ສຳເລັດພາຍໃນທ້າຍປີ 2018.
ພ້ອມນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຮ່ວມມືຕ່າງໆໃນການກູ້ໄພ ແລະ ບັນເທົາທຸກໄພນ້ຳຖ້ວມໃນຄັ້ງນີ້ ກອງປະຊຸມຍັງໄດ້ຮັບຮອງເອົາບັນດາກິດຈະກຳຂອງ ARF ທີ່ຈະຈັດຕັ້ງປະຕິບັດສົກປີ 2018-2019 ຖະແຫຼງການເວທີພາກພື້ນອາຊຽນວ່າດ້ວຍການຮ່ວມມືດ້ານການຄຸ້ມຄອງໄພພິບັດ ກອງປະຊຸມໄດ້ຮັບຮອງການເປັນປະທານຮ່ວມຂອງລາວ ຈີນ ແລະ ການາດາ ໃນການເປັນປະທານຮ່ວມກອງປະຊຸມເວທີພາກພື້ນອາຊຽນກ່ຽວກັບການບັນເທົາທຸກໄພພິບັດ (ARF ISM on Disaster Relief) ສຳລັບ ຊຸມປີຕໍ່ໜ້າ ພ້ອມດຽວກັນກອງປະຊຸມຍັງໄດ້ຢ້ຳຄືນຄວາມສຳຄັນຂອງຫຼັກການໃນການປຶກສາຫາລື ແລະ ຖືເອົາການຕົກລົງດ້ວຍຄວາມເປັນເອກະສັນ ແລະ ດຳເນີນໄປໃນຈັງຫວະທີ່ທຸກຝ່າຍມີຄວາມສະບາຍໃຈ ສຳລັບການຮ່ວມມືໃນຂອບເວທີພາກພື້ນອາຊຽນໃນອະນາຄົດ.