ວັນອາທິດ ທີ 17 ກຸມພາ 2019 11:08:35
ສຳນັກຂ່າວສານແຫ່ງລັດຂອງອາຣາບີ ຊາອຸດິດ (SPA) ລາຍງານເມື່ອວັນທີ 6 ສິງຫານີ້ວ່າ ອຳນາດການປົກຄອງອາຣາບີ ຊາອຸດິດ ໄດ້ຮຽກຕົວເອກອັກຄະລັດຖະທູດຂອງຕົນປະຈຳການາດາ ກັບຄືນປະເທດ ພ້ອມທັງປະກາດຂັບໄລ່ເອກອັກຄະລັດຖະທູດ ການາດາ ປະຈຳອາຣາບີ ຊາອຸດິດ.
ແຈ້ງການຂອງກະຊວງການຕ່າງປະເທດອາຣາບີ ຊາອຸດິດ ໃຫ້ຮູ້ວ່າ ເອກອັກຄະລັດ ຖະທູດ ການາດາ ມີເວລາ 24 ຊົ່ວໂມງ ເພື່ອເດີນທາງອອກໄປຈາກອາຣາບີ ຊາອຸດິດ. ນອກຈາກນັ້ນແລ້ວ ອາຣາບີ ຊາອຸດິດ ກໍປິດທຸກໆການພົວພັນແລກປ່ຽນໃໝ່ ທາງດ້ານການຄ້າກັບການາດາ.
ແຈ້ງການຂອງກະຊວງການຕ່າງປະເທດອາຣາບີ ຊາອຸດິດ ໃຫ້ຄຳອະທິບາຍຕໍ່ເຫດຜົນ ຂອງການດຳເນີນການດັ່ງກ່າວວ່າ ຍ້ອນວ່າອາຣາບີ ຊາອຸດິດ “ບໍ່ຍອມຮັບການແຊກແຊງ ເຂົ້າວຽກງານພາຍໃນ” ຂອງປະເທດນີ້ ພ້ອມທັງແຈ້ງເຕືອນວ່າ ອາດຈະດຳເນີນບາດກ້າວຕໍ່ໄປອີກ.
ປະຕິກິລິຍາຂອງອາຣາບີ ຊາອຸດິດ ຖືກນຳອອກມາ ຫຼັງຈາກທີ່ກະຊວງການຕ່າງປະເທດ ການາດາ ແລະ ເອກອັກຄະລັດຖະທູດການາດາ ປະຈຳຣີຢາດ ເລັ່ງຊຸກຍູ້ໃຫ້ອາຣາບີ ຊາອຸດິດ “ປ່ອຍຕົວນັກເຄື່ອນໄຫວ” ໂດຍທັນທີ.