ວັນເສົາ ທີ 23 ກຸມພາ 2019 17:35:38
ກົມອາຫານ ແລະ ຢາ ຈັດກອງປະຊຸມຮ່ວມມືສອງຝ່າຍ ລາວ-ໄທ ຄັ້ງທີ 3 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໃນວັນທີ 2 ສິງຫາ 2018 ໂດຍມີທ່ານ ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ວັນໄຊ ສັດທະຍາວຸດທິພົງ ເລຂາທິການ ຄະນະກຳມະການອາຫານ ແລະ ຢາ ປະເທດໄທ ບັນດາຄະນະວິຊາການທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພື່ອສືບຕໍ່ທົບທວນບົດບັນທຶກກອງປະຊຸມ ຄວາມຊົງຈຳຮ່ວມມື ລາວ-ໄທ ຄັ້ງທີ 2 ໃນຂອບການກວດກາປະຕູດຽວ ກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ເພື່ອປຶກສາຫາລືແຜນວຽກກິດຈະກຳ ການຮ່ວມມືໃນຕໍ່ໜ້າ ກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ແລະ ຜະລິດຕະພັນການແພດ ເຊິ່ງທັງໝົດເຫຼົ່ານີ້ ເພື່ອປັບປຸງການຮ່ວມມື ປະສານງານໃນການຄຸ້ມຄອງວຽກງານຄວາມປອດໄພອາຫານ ແລະ ຢາ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ກອງປະຊຸມຍັງໄດ້ສ້າງແຜນກິດຈະກຳການຮ່ວມມືກັນໃນຂອບການຮ່ວມມືລາວ-ໄທ ແຕ່ 2018-2020
ທ່ານ ສົມທະວີ ຈາງວິສົມມິດ ກ່າວວ່າ: ກອງປະຊຸມຄັ້ງທີ 2 ຜ່ານມາ ໄດ້ມີການຕົກລົງຂອບການຮ່ວມມື ແລະ ວາງແຜນກິດຈະກຳຮ່ວມກັນ ມີການແລກປ່ຽນທັດສະນະສຶກສາ ການເຝິກອົບຮົມ ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງອາຫານ ແລະ ຢາ ການກວດກາປະຈຳດ່ານ ການກວດກາປະຕູດຽວ ການວິໄຈອາຫານ ລະບົບແຈ້ງດ່ວນ ການປົກປ້ອງຜູ້ບໍລິໂພກ ແລະ ວຽກງານອື່ນໆ ເຊິ່ງເຫັນວ່າປະສົບຜົນສຳເລັດ ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ຜ່ານກອງປະຊຸມຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນ ເຮັດໃຫ້ວຽກງານການຮ່ວມມືສອງຝ່າຍ ຈະໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.