ວັນພຸດ ທີ 20 ກຸມພາ 2019 00:14:18
ກອງປະຊຸມວິຊາການຂອງຂະແໜງພາສີ ແລະ ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຈັດຂຶ້ນວັນທີ 24-26 ກໍລະກົດ 2018 ທີ່ຫ້ອງປະຊຸມໃຫ່ຍກົມພາສີ ແລະ ວັນທີ 27 ກໍລະກົດ 2018 ທີ່ສູນເຝິກອົບຮົມທ່າເດື່ອ ເມືອງຫາດຊາຍຟອງ ເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ບັນດາຫົວໜ້າກອງຄຸ້ມຄອງພາສີ I-VII ຫົວໜ້າກອງກວດກາພາສີປະຈຳແຂວງ ຫົວໜ້າດ່ານພາສີສາກົນ ດ່ານພາສີປະເພນີ ແລະ ດ່ານພາສີທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.
ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານການຈັດຕັ້ງປະຕິບັດເກັບລາຍຮັບ 6 ເດືອນຕົ້ນປີສາມາດປະຕິບັດໄດ້ 3.341 ຕື້ກີບ ເທົ່າກັບ 46,41% ຂອງແຜນການສູ້ຊົນ 7.200 ຕື້ກີບ ເພື່ອບັນລຸການເກັບລາຍຮັບໝົດປີໃຫ້ໄດ້ 100% ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລືດ້ານວິຊາການ ເພື່ອເປັນເອກະພາບໃນການກຳນົດມາດຕະການຈັດເກັບລາຍຮັບໃຫ້ມີຄວາມເປັນເອກະພາບ ເປັນຕົ້ນ ການປະຕິບັດສາລະບານອັດຕາພາສີລະບົບເອກະພາບ ອັດຕາອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມຂາເຂົ້າ ປຶກ ສາຫາລືການສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກະກຽມປັບປຸງກົດໝາຍວ່າດ້ວຍພາສີ ປີ 2019 ປັບປຸງລະບຽບການສັບຊ້ອນໝູນວຽນ ແລະ ກຳນົດມາດຕະຖານເງື່ອນໄຂຕຳ ແໜ່ງງານຂອງພະນັກງານພາສີ ແລະ ບັນຫາອື່ນໆທີ່ຕິດພັນກັບວຽກງານຂະແໜງພາສີ.
ໂອກາດນີ້ ທ່ານຮອງນາຍົກ ໄດ້ໃຫ້ທິດຊີ້ນຳຂະແໜງພາສີຕ້ອງໄດ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມແນວຄິດ-ການເມືອງ ຄຸນສົມບັດສິນທຳປະຕິວັດໃຫ້ພະນັກງານສະມາຊິກພັກໃນຂົງເຂດພາສີນັບແຕ່ສູນກາງລົງຮອດທ້ອງຖິ່ນ ສືບຕໍ່ເຝິກອົບຮົມ ແລະ ຍົກລະດັບວິຊາສະເພາະຢ່າງຕໍ່ເນື່ອງ ຮີບຮ້ອນສຸມໃສ່ການແກ້ໄຂປາກົດການຫຍໍ້ທໍ້ຢ່າງເຂັ້ມງວດ ແລະ ເປັນເຈົ້າການ ເຮັດໃຫ້ການເຄື່ອນໄຫວລວມສູນຕາມສາຍຕັ້ງສອດຄ່ອງກັບໂຄງປະກອບການຈັດຕັ້ງໃໝ່ ການຈັດຕັ້ງປະຕິບັດລະບຽບກົດໝາຍພາສີ ລະບຽບກົດໝາຍ ອື່ນໆທີ່ກ່ຽວຂ້ອງມີຄວາມເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວຂະແໜງພາສີ.
ດ້ານລາຍຮັບ ເພື່ອບັນລຸຕາມແຜນການທີ່ວາງໄວ້ຂະແໜງພາສີຕ້ອງໄດ້ເຂັ້ມງວດກວດກາ ແລະ ເພີ່ມທະວີວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃນທຸກຮູບແບບທັງໃນດ່ານ ແລະ ນອກດ່ານໃຫ້ເຂັ້ມແຂງຕິດຕາມຄຸ້ມຄອງການເຄື່ອນຍ້າຍພາຍໃນຕາມກົດໝາຍ ແລະ ລະບຽບການກຳນົດໂດຍສະເພາະ ການນຳເຂົ້ານ້ຳມັນເຊື້ອໄຟ ການນຳເຂົ້າພາຫະນະ ຊອກທ່າແຮງທີ່ບົ່ມຊ້ອນຂອງຂະແໜງ ພາສີ ແລະ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບທຸກຢ່າງ.
ສຳລັບວຽກງານຫັນພາສີເປັນທັນສະໄໝສືບຕໍ່ປັບປຸງ ແລະ ນຳໃຊ້ລະບົບ ASYCUDA ໃຫ້ສອດ ຄ່ອງກັບບັນດາຂັ້ນຕອນການແຈ້ງພາສີທີ່ໄດ້ປັບປຸງໃນໄລຍະໃໝ່ ເຊື່ອມໂຍງລະບົບເຂົ້າກັບລະບົບຂອງພາກສ່ວນກ່ຽວຂ້ອງທີ່ຕິດພັນກັບວຽກພາສີ ສືບຕໍ່ດຳເນີນໂຄງການ Smart VAT ໄລຍະ 2 ໃນການຈັດເກັບຄ່າທຳນຽມຜ່ານຕູ້ເກັບເງິນອີເລັກໂຕຣນິກ (KIOSK) ການປັບປຸງ ແລະ ພັດທະນາເວັບໄຊຂອງກົມດຳເນີນການໃຫ້ສຳເລັດຕາມຄາດໝາຍ.
ໂອກາດນີ້ກົມພາສີ ຍັງໄດ້ປະກອບສ່ວນມອບເງິນຊ່ວຍເຫຼືອ 30 ລ້ານກີບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປືຕື່ມອີກ.