ວັນເສົາ ທີ 23 ກຸມພາ 2019 17:48:19
ກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ຈັດພິທີປິດຮ່ວມການຫັດແອບເຝິກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິຫານທາງດ້ານການແພດ “ຂະບວນລົດໄຟສັນຕິພາບ 2018” ຂອງສອງກອງທັບລາວ-ຈີນ ຂຶ້ນວັນທີ 31 ກໍລະກົດ 2018 ທີ່ວິທະຍາຄານພະລາທິການກອງທັບ ໂດຍເປັນປະທານຮ່ວມທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ທ່ານ ພົນຕີ ຫຼິວຕ້ຽນຫຼົງ ຄະນະກຳມະການທະຫານສູນກາງ ຮອງກົມເສນາຮັກກົມໃຫຍ່ຮັບປະກັນພະລາທິການກອງທັບປົດປ່ອຍປະຊາຊົນຈີນ ມີທູດທະຫານປ້ອງກັນຊາດ ສປ ຈີນ ປະຈຳລາວ ຄະນະນຳກະຊວງປ້ອງກັນປະເທດ ຄະນະນຳ 4 ກົມໃຫຍ່ ຄະນະອຳນວຍການວິທະຍາຄານພະລາທິການກອງທັບ ແລະ ນັກເຝິກອົບຮົມຫັດແອບຈາກກອງທັບປະຊາຊົນລາວ ແລະ ຈີນເຂົ້າຮ່ວມ.
ທ່ານ ພົ.ວ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ກ່າວວ່າ: ການຫັດແອບຄັ້ງນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນມິດຕະພາບການຮ່ວມມືຊ່ວຍ ເຫຼືອກັນ ບົນພື້ນຖານຄູ່ຮ່ວມມືຍຸດທະສາດໝັ້ນຄົງຍາວນານ ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ ສະຫາຍທີ່ດີ ເພື່ອນມິດທີ່ດີ ແລະ ການຮ່ວມມືທີ່ດີ.