ວັນອັງຄານ ທີ 19 ກຸມພາ 2019 23:31:27
ໂທລະພາບຂອງອິນເດຍ ອ້າງຕາມຂໍ້ມູນຈາກສູນຮອງຮັບສຸກເສີນແຫ່ງຊາດ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດໄປແລ້ວເກືອບ 600 ຄົນ ເຮືອນຫຼາຍຮ້ອຍຫຼັງຖືກນ້ຳພັດໄຫຼໄປ ຫຼືບໍ່ກໍຖືກເປ່ເພ ຢ່າງຮ້າຍແຮງ ແລະມີຫຼາຍລ້ານຄົນ ຕົກຢູ່ໃນສະພາບບໍ່ມີທີ່ຢູ່ອາໃສ ຢູ່ໃນ 6 ລັດຂອງອິນເດຍ ຍ້ອນເກີດຝົນຕົກໜັກແກ່ຍາວເປັນເວລາ 2 ອາທິດທີ່ຜ່ານມາ.
ຂ່າວແຈ້ງວ່າ ລັດ ມາຮາຣາສຕຣາ (ທິດຕາເວັນຕົກສ່ຽງໃຕ້ຂອງອິນເດຍ) ເປັນທ້ອງຖິ່ນ ທີ່ໄດ້ຮັບຄວາມເສຍໜັກໜ່ວງທີ່ສຸດ ໂດຍມີຜູ້ເສຍຊີວິດເກືອບ 140 ຄົນ. ຮອງລົງມາກໍແມ່ນລັດ ເກຣາລາ ມີຜູ້ເສຍຊີວິດ 126 ຄົນ ໃນຂະນະທີ່ລັດ ເວສ ເບນການ (ທິດຕາເວັນອອກຂອງອິນເດຍ) ມີຜູ້ເສຍຊີວິດ 116 ຄົນ ລັດ ອຸດຕາປຣາເດສ (ພາກເໜືອອິນເດຍ) ມີຜູ້ເສຍຊີວິດ 70 ຄົນ ລັດກຸຈາຣາດ (ທິດຕາເວັນຕົກອິນເດຍ) ແລະລັດອັສສຳ (ທິດຕາເວັນອອກສ່ຽງເໜືອອິນເດຍ) ມີຜູ້ເສຍຊີວິດຕາລຳດັບ 52 ແລະ 34 ຄົນ.
ລັດຖະບານອິນເດຍ ໄດ້ຜັນຂະຫຍາຍການປະຕິບັດງານຂອງກອງກຳລັງ ຊ່ວຍເຫຼືອສຸກເສີນ ແຫ່ງຊາດ (NDRF) ຈຳນວນ 43 ທິມງານ ຊຶ່ງແຕ່ລະທິມມີຢ່າງໜ້ອຍ 45 ຄົນ ໄປຍັງ 6 ລັດດັ່ງກ່າວເພື່ອໃຫ້ຄວາມຊ່ວຍເຫຼືອກູ້ໄພ.
ໃນຂະນະດຽວກັນ ສື່ສານໃນມຽນມາ ອ້າງຕາມເຈົ້າໜ້າທີ່ໃນມຽນມາ ແຈ້ງໃຫ້ຮູ້ ເມື່ອວັນທີ 29 ກໍລະກົດນີ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະອີກຫຼາຍໝື່ນຄົນ ຕ້ອງໄດ້ໜີປະເຮືອນຊານ ເພື່ອໄປລີ້ໄພ ຫຼັງຈາກທີ່ຝົນຕົກໜັກ ໄດ້ເຮັດໃຫ້ຫຼາຍບ້ານຖືກຈົມຢູ່ໃນນ້ຳ ແລະພັດເອົາຂົວຫຼາຍແຫ່ງ ໄຫຼໄປ.