ວັນເສົາ ທີ 23 ກຸມພາ 2019 17:24:04
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະຫຼຸບການສອບເສັງຈົບຊັ້ນ ມ4 ແລະ ມ7 ສົກຮຽນ 2017-2018 ຂຶ້ນວັນທີ 28 ກໍລະກົດ 2018 ທີ່ສູນການຄ້າລາວ-ໄອເຕັກ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານຫົວໜ້າກົມມັດທະຍົມ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ບັນດາຄະນະຜູ້ບໍລິຫານການສຶກສາ ແຂກຖືກເຊີນ ແລະ ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ກ່າວວ່າ: ການສອບເສັງຈົບຊັ້ນ ມ4 ແລະ ມ7 ສົກຮຽນ 2017-2018 ຄື: ຊັ້ນ ມ4 ຈັດຂຶ້ນວັນທີ 12-14 ມິຖຸນາ 2018 ສອບເສັງ 6 ວິຊາ ມີວິຊາຄະນິດສາດ ພາສາລາວ-ວັນນະຄະດີ ວິທະຍາສາດທຳມະຊາດ ວິທະຍາສາດສັງຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ສ່ວນຂັ້ນ ມ7 ສອບເສັງວັນທີ 26-27 ມິຖຸນາ 2018 ມີ 4 ວິຊາສອບເສັງຄື: ວິຊາຄະນິດສາດ ພາສາລາວ-ວັນນະຄະດີ ຊີວະສາດ ແລະ ວິຊາພູມສາດ ມີ 48 ສູນ ໃນນັ້ນ ມ4 ມີ 28 ສູນສອບເສັງ ມີນັກສອບເສັງທັງໝົດ 20.966 ຄົນ ຍິງ 10.693 ຄົນ ໃນນັ້ນ ມ4 ມີ 10.363 ຄົນ ຍິງ 5.305 ຄົນ.
ຜົນການສອບເສັງ ມ4 ມີນັກຮຽນທີ່ໄດ້ຄະແນນດີເດັ່ນປະເພດໜຶ່ງ ສອບເສັງໄດ້ແຕ່ລະວິຊາບໍ່ຫຼຸດ 7 ຈຳນວນ 49 ຄົນ ຍິງ 24 ຄົນ ປະເພດສອງ ໄດ້ຄະແນນ 7 (ທັງຄະແນນເສັງ ແລະ ສະເລ່ຍ) ຈຳນວນ 157 ຄົນ ຍິງ 107 ຄົນ ປະເພດສາມ ໄດ້ຄະແນນ 7 (ຄະແນນສະເລ່ຍ) 292 ຄົນ ຍິງ 202 ຄົນ ແລະ ໂຮງຮຽນສອບເສັງໄດ້ 100% ມີ 129 ໂຮງຮຽນ ເພີ່ມຈາກສົກຮຽນຜ່ານມາ 29 ໂຮງຮຽນ ສ່ວນ ມ7 ປະເພດໜຶ່ງ ຄະແນນສອບເສັງ 7 ຂຶ້ນໄປທຸກວິຊາ 89 ຄົນ ຍິງ 32 ຄົນ ປະເພດສອງ 746 ຄົນ ຍິງ 444 ຄົນ ປະເພດສາມ 839 ຄົນ ຍິງ 534 ຄົນ ພິເສດມີນັກຮຽນທີ່ໄດ້ຮັບໃບປະກາສະນີຍະບັດແດງ ຈຳນວນ 6 ຄົນ ຍິງ 5 ຄົນ ໃນນັ້ນ ມ4 ມີ 2 ຄົນ ຍິງ 1 ຄົນ ແລະ ມ7 ມີ 4 ຄົນ ຍິງທັງໝົດ ພິເສດສຳລັບ ມ7 ທີ່ໄດ້ໃບປະກາສະນີຍະບັດແດງ ແລະ ເປັນນັກຮຽນເກ່ງລະດັບຊາດ ທີ1 ທີ2 ແລະ ທີ3 ຈະມີສິດເລືອກຮຽນຕໍ່ສາຂາວິຊາໃດກໍ່ໄດ້ພາຍໃນປະເທດ ໂດຍບໍ່ຕ້ອງສອບເສັງ.