ວັນເສົາ ທີ 23 ກຸມພາ 2019 11:32:45
ຂປລ. ໃນວັນທີ 27 ກໍລະກົດ 2018 ເກີດມີຂ່າວລືກ່ຽວກັບເຂື່ອນນ້ຳອູ 2 ໃກ້ຈະແຕກ ແຕ່ຄວາມຈິງເປັນພຽງບັນຫາລະດັບນ້ຳເພີ່ມສູງກາຍຂີດອັນຕະລາຍ ຕາມຂໍ້ມູນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ.
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງໃຫ້ຮູ້ວ່າ: ໃນໄລຍະວັນທີ 27-30 ກໍລະກົດນີ້ ຝົນຈະສືບຕໍ່ຕົກ ແລະ ເຮັດໃຫ້ປະລິມານນ້ຳຢູ່ໃນເຂື່ອນໄຟຟ້ານ້ຳອູ 2 ແຂວງຫຼວງພະບາງ ສູງກາຍລະດັບອັນຕະລາຍ ເຮັດໃຫ້ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນແຕກຕື່ນ ຈຳນວນໜຶ່ງເກັບມ້ຽນເຄື່ອງຂອງຍົກຍ້າຍໄປໄວ້ບ່ອນສູງ ແຕ່ຂ່າວລືໃນສັງຄົມອອນລາຍ ຍິ່ງສ້າງຄວາມຕົກໃຈໃຫ້ສັງຄົມບອກວ່າເຂື່ອນນ້ຳອູ 2 ແຕກແລ້ວ ແຕ່ຄວາມເປັນຈິງ ປັດຈຸບັນປະລິມານນ້ຳໃນເຂື່ອນເພີ່ມຂຶ້ນສູງແທ້ ແຕ່ເຂື່ອນບໍ່ແຕກ ຜູ້ຮັບຜິດຊອບຄຸ້ມຄອງເຂື່ອນແຈ້ງໃຫ້ຮູ້ວ່າ ການປ່ອຍນ້ຳອອກຈາກເຂື່ອນຍັງປົກກະຕິ.
ຕໍ່ກັບບັນຫາດັ່ງກ່າວ ທ່ານ ບຸນທັນ ບໍລະວົງ ຮອງເຈົ້າເມືອງປາກອູ ພ້ອມດ້ວຍຄະນະ ໄດ້ລົງກວດກາຕົວຈິງ ພົບວ່າປະຊາຊົນມີຄວາມແຕກຕື່ນແທ້ ສ່ວນບັນຫາຂ່າວລືກ່ຽວກັບເຂື່ອນນ້ຳອູແຕກແມ່ນບໍ່ເປັນຄວາມຈິງ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມ ແລະ ປະຊາຊົນ ຈົ່ງຢ່າໄດ້ແຕກຕື່ນກັບຂໍ້ມູນຂ່າວສານທີ່ບໍ່ເປັນຄວາມຈິງ ຜ່ານສື່ສັງຄົມອອນລາຍ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນປະຊາຊົນພາຍໃນເມືອງປາກອູ ຈົ່ງມີສະຕິໃນການຊອກຮູ້ຂໍ້ມູນຂ່າວສານ ພ້ອມກັນດຳລົງຊີວິດຕາມທິດຊີ້ນຳຂອງພັກ-ລັດ ເພື່ອພັດທະນາບ້ານເມືອງໃຫ້ສີວິໄລ.