ວັນອັງຄານ ທີ 10 ທັນວາ 2019 06:48:59
ວັນທີ 25 ກໍລະກົດນີ້ ເກັຣກສືບຕໍ່ຊຸກຍູ້ຄວາມພະຍາຍາມໃນການມອດໄຟ ແລະ ຄົ້ນຫາ ຜູ້ຫາຍສາບສູນ ໃນເຫດການໄຟໄໝ້ປ່າຫຼາຍລາຍຢູ່ໃນປະເທດນີ້ ເມື່ອໄຟພວມຄ່ອຍໆໄໝ້ລາມໄປໃກ້ ພື້ນທີ່ນະຄອນຫຼວງອາແຕນ ຊຶ່ງຈຳນວນຜູ້ເສຍຊີວິດມີຢ່າງໜ້ອຍ 79 ຄົນແລ້ວ.
ນອກຈາກນັ້ນແລ້ວ ກອງກຳລັງທີ່ກ່ຽວຂ້ອງ ກໍໄດ້ຮັບການໂທລະສັບຫຼາຍສິນລາຍ ທີ່ແຈ້ງໃຫ້ ຮູ້ກ່ຽວກັບກໍລະນີຜູ້ຫາຍສາບສູນ ແຕ່ກໍຍັງບໍ່ທັນມີຕົວເລກຢ່າງເປັນທາງການອອກມາກ່ຽວກັບເລື່ອງນີ້. ຄວາມພະຍາຍາມ ໃນການຄົ້ນຫາຜູ້ຫາຍສາບສູນຍັງຈະສືບຕໍ່. ນອກຈາກນັ້ນແລ້ວ ຍັງມີອີກປະມານ 187 ຄົນ ຕ້ອງໄດ້ນອນໂຮງໝໍ ໃນນັ້ນມີເດັກນ້ອຍລວມຢູ່ນຳຫຼາຍສິບຄົນ ຊຶ່ງສ່ວນໃຫຍ່ ຢູ່ໃນອາການສາຫັດ.
ເຈົ້າໜ້າທີ່ມອດໄຟ 280 ກວ່າຄົນ ພວມປະຕິບັດໜ້າທີ່ມອດໄຟຢູ່ໃນເຂດ ຣາຟີນາ (ທາງທິດຕາເວັນອອກນະຄອນຫຼວງອາແຕນ) ເພື່ອສະກັດກັ້ນໄຟທີ່ຈະກັບມາໄໝ້ອີກ. ນອກຈາກນັ້ນ ແລ້ວ ເຈົ້າໜ້າທີ່ມອດໄຟອີກ 200 ຄົນ ໂດຍໄດ້ຮັບການໜູນຊ່ວຍພົ່ນນ້ຳຈາກເຮືອບິນເອລີກອບແຕ ກໍພວມສູ້ກັບໄຟໄໝ້ປ່າອີກໜຶ່ງລາຍຢູ່ໃນເມືອງຄີເນຕາ (ທິດຕາເວັນຕົກນະຄອນຫຼວງອາແຕນ).
ທາງດ້ານສະຫະພາບເອີຣົບ (EU) ໄດ້ກະຕຸ້ນການເຄື່ອນໄຫວຂອງກົນໄກປົກປ້ອງ ພົນລະເຮືອນ ຫຼັງຈາກທີ່ເກັຣກຮຽກຮ້ອງຄວາມຊ່ວຍເຫຼືອ ໂດຍມີຫຼາຍໄປເທດໄດ້ແຈ້ງໃຫ້ຮູ້ເຖິງການ ທີ່ຈະສົ່ງເຮືອບິນໄປຊ່ວຍເຫຼືອວຽກງານມອດໄຟ.