ວັນອັງຄານ ທີ 19 ກຸມພາ 2019 22:14:03
ເມື່ອວັນທີ 25 ກໍລະກົດນີ້ ອົງການຄວາມປອດໄພດ້ານການຄົມມະນາຄົມຂອງອົດສະຕຣາລີ (ATSB) ໄດ້ເປີດການສືບສວນສອບສວນ ກ່ຽວກັບຂັ້ນຕອນດ້ານຄວາມປອດໄພ ກັບຖ້ຽວບິນໜຶ່ງຂອງບໍລິສັດການບິນ Malaysia Airlines (ຂອງມາເລເຊຍ) ຫຼັງຈາກທີ່ເກືອບຈະເກີດອຸບັດເຫດຮ້າຍແຮງ.
ເມື່ອວັນທີ 18 ກໍລະກົດທີ່ຜ່ານມາ ເຮືອບິນ A330-200 ຂອງບໍລິສັດການບິນ Malaysia Airlines ທີ່ມີເລກໝາຍຖ້ຽວບິນ MH134 ຊຶ່ງບັນທຸກຜູ້ໂດຍສານ ແລະຈຸບິນລວມ 226 ຄົນ ຕ້ອງໄດ້ບິນກັບຄືນໄປທີ່ສະໜາມບິນ ບຣິສເບນ (Brisbane) ຂອງອົດສະຕຣາລີ ຫຼັງຈາກທີ່ບິນຂຶ້ນບໍ່ດົນ. ໃນເຫດການນີ້ ໂມງແທກລະດັບຄວາມໄວຂອງເຮືອບິນດັ່ງກ່າວ ບໍ່ໄດ້ເຄື່ອນໄຫວໃນເວລາທີ່ເຮືອບິນບິນຂຶ້ນ ເຮັດໃຫ້ນັກບິນຕ້ອງໄດ້ປ່ອຍເຊື້ອໄຟ ແລະກັບຄືນໄປຍັງ ບຣິສເບນ.
ຫຼັງຈາກບິນລົງຈອດສຸກເສີນຍແລ້ວ ເຮືອບິນລຳດັ່ງກ່າວ ກໍບໍ່ສາມາດທີ່ກັບໄປທີ່ປະຕູຈອດເຮືອບິນ ເຮັດໃຫ້ຕ້ອງໄດ້ປິດທາງແລ່ນຂອງເຮືອບິນເປັນເວລາ 90 ນາທີ. ການສືບສວນເບື້ອງຕົ້ນເຫັນວ່າ ເຫດການດັ່ງກ່າວເກີດຂຶ້ນ ແມ່ນຍ້ອນພວກແຜງບັງທໍ່ Pitot ທີ່ເປັນອຸປະກອນວັດແທກຄວາມໄວຂອງລົມ ແລະລະດັບຄວາມສູງນັ້ນບໍ່ໄດ້ເອົາອອກໄປ. ຄວາມປິດພາດຄືດັ່ງກ່າວ ກໍເປັນສາເຫດທີ່ນຳໄປສູ່ຖ້ຽວບິນ 447 ຂອງບໍລິສັດການບິນ Air France ຕົກລົງໃນມະຫາສະໝຸດອັດລັງຕິກ ເມື່ອປີ 2009 ເປັນເຫດໃຫ້ມີຜູ້ເສຍຊີວິດ 228 ຄົນ.
ເຫດການດັ່ງກ່າວເກີດຂຶ້ນພຽງໜຶ່ງເດືອນ ຫຼັງຈາກທີ່ Malaysia Airlines ເຊື່ອມຕໍ່ເສັ້ນທາງບິນລະຫວ່າງ ບຣິສເບນ ກັບ ກົວລາ ລຳເປີ ທີ່ຖືກງົດໄປເປັນການຊົ່ວຄາວ ເມື່ອປີ 2014.