ວັນອັງຄານ ທີ 10 ທັນວາ 2019 20:20:11
ສຳນັກຂ່າວສານ KUNA ຂອງກູເວດ ອ້າງຕາມແຈ້ງການຂອງເຈົ້າໜ້າທີ່ອີຣານ ໃຫ້ຮູ້ເມື່ອ ວັນທີ 23 ກໍລະກົດນີ້ວ່າ ໃນວັນດຽວກັນ ອີຣານໄດ້ເປີດຕົວຕ່ອງໂສ້ການຜະລິດລູກສອນໄຟ ຂະໜາດກາງ ຢູ່ພາຍໃນປະເທດ ທີ່ຍິງຈາກອາກາດສູ່ອາກາດ ໂດຍມີຊື່ວ່າ Fakour ຊຶ່ງໄດ້ທົດລອງສຳເລັດຜົນມາແລ້ວເມື່ອປີກາຍ.
ຖະແຫຼງການຂອງນາຍພົນ ອາມີ ຮາຕາມີ ລັດຖະມົນຕີກະຊວງປ້ອງກັນປະເທດອີຣານ ຊີ້ແຈງວ່າ ລູກສອນໄຟ Fakour ໄດ້ຮັບການອອກແບບ ແລະຜະລິດຕາມເຕັກໂນໂລຊີ ທີ່ກ້າວໜ້າ ແລະ ທັນສະໄໝ.
ທ່ານ ຮາຕາມີ ເວົ້າວ່າ ເຮືອບິນສູ້ຮົບທັງໝົດ ຕ່າງກໍສາມາດປະກອບລູກສອນໄຟ Fakour ແລະນີ້ເປັນບາດກ້າວທີ່ສຳຄັນ ເພື່ອເພີ່ມທະວີກຳລັງຄວາມສາມາດບົ່ມຊ້ອນ ດ້ານປ້ອງກັນຊາດຂອງ ອີຣານ. ບັນດາຊ່ຽວຊານຂອງອີຣານ ໄດ້ປະສົບຄວາມສຳເລັດ ໃນການເປີດຕົວຕ່ອງໂສ້ ການຜະລິດລູກສອນໄຟດັ່ງກ່າວ ໂດຍບໍ່ເອົາຫົວຊາຕໍ່ມາດຕະການປິດລ້ອມຕ່າງໆ.