ວັນເສົາ ທີ 23 ກຸມພາ 2019 17:24:31
ຕາມການລາຍງານຂອງ ທ່ານ ພຸດທະສັກ ສຸກອາລຸນ ປະທານສະຫະພັນຍິງປືນນະຄອນຫຼວງວຽງຈັນ ທັງເປັນປະທານສະໂມສອນຍິງປືນໄອພີເອັສຊີລາວ ສະຫະພັນຍິງປືນແຫ່ງຊາດລາວ ໃຫ້ຊາບໃນວັນທີ 23 ກໍລະກົດ ນີ້ ວ່າ: ພາຍຫຼັງທີ່ໄດ້ຊາບແຈ້ງການຈາກນະຄອນຫຼວງວຽງຈັນ ເພື່ອໃຫ້ກຽມພ້ອມອຸປະກອນ ແລະ ນັກກິລາ ຕາງໜ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້. ດັ່ງນັ້ນ, ສະຫະພັນຍິງປືນ ນະຄອນຫຼວງວຽງຈັນ ກໍ່ໄດ້ຂຶ້ນແຜນຢ່າງຮອບດ້ານ ເຊິ່ງມີທັງແຜນກະກຽມນັກກິລາ ແລະ ຄູເຝິກ, ແຜນງົບປະມານ ແລະ ແຜນອຸປະກອນກິລາຍິງປືນທຸກປະເພດ ເປັນຕົ້ນແມ່ນປືນສັ້ນມາດຕະຖານ, ປືນຍາວອັດລົມ ແລະ ປືນອື່ນໆອີກ ຄືຮູ້ກັນແລ້ວວ່າ ກິລາປະເພດນີ້ ເປັນກິລາທີ່ນຳໃຊ້ງົບປະມານສູງ ເຊິ່ງເປັນບັນຫາທີ່ຫຍຸ້ງຍາກທີ່ສຸດ ໂດຍສະເພາະຜົນສຳເລັດທີ່ເຄີຍຍາດໄດ້ 10 ຫຼຽນຄຳ ເປັນອັນດັບທີ 2 ຈາກງານມະຫາກຳກິລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ສະຫະພັນຍິງປືນນະຄອນຫຼວງວຽງຈັນ ໄດ້ນຳໃຊ້ງົບປະມານກຸ້ມຕົນເອງຢ່າງມະຫານສານເກືອບ 300 ລ້ານກີບ ສະນັ້ນ ຕ້ອງລໍຖ້າຄຳຕອບງົບປະມານຈາກນະຄອນຫຼວງວຽງຈັນ ຈະສາມາດຕອບສະໜອງໃຫ້ນັກກິລາຂອງພວກເຮົາໄດ້ຫຼືບໍ? ຖ້າຫາກໄດ້ຕາມເປົ້າໝາຍ ກໍ່ຈະສົ່ງນັກກິລາຕາມເປົ້າ 12 ຄົນ ທີ່ສາມາດຄັດເລືອກໄດ້ເຂົ້າຮ່ວມແຂ່ງຂັນ ແຕ່ຖ້າຫາກບໍ່ໄດ້ຕາມແຜນທີ່ວາງໄວ້ ກໍ່ຈະຕັດລາຍຊື່ນັກກິລາໃຫ້ໜ້ອຍລົງຕາມເງື່ອນໄຂ ແລະ ທ່າແຮງຂອງສະຫະພັນສົ່ງເຂົ້າຮ່ວມແຂ່ງຂັນ ສ່ວນແຜນເຝິກຊ້ອມຄາດວ່າຈະເລີ່ມປະຕິບັດເຝິກແອບນັກກິລາໃນເດືອນສິງຫານີ້ ທີ່ສະໜາມກິລາຍິງປືນ 5 ເມສາ ລ້ານສົມສະຫງ່າ ເມືອງໄຊເຊດຖາ.
ທ່ານ ພຸດທະສັກ ສຸກອາລຸນ ກ່າວຕື່ມອີກວ່າ: ສຳລັບແຜນການເຄື່ອນໄຫວຂອງນັກກິລາຍິງປືນໄອພີເອັສຊີລາວ 30 ກວ່າຄົນ ໃນປັດຈຸບັນໄດ້ມີການເຄື່ອນໄຫວເຝິກຊ້ອມຢ່າງເປັນປົກກະຕິ ທີ່ສະໜາມກິລາຍິງປືນ 5 ເມສາ ເພື່ອກຽມສົ່ງເຂົ້າຮ່ວມແຂ່ງຂັນຍິງປືນໄອພີເອັສຊີ ຊີງແຊ໋ມນາໆຊາດ ຫຼື ລາຍການ ເລໂວ້ 4 ທີ່ແຂວງພັດທະຍາ ປະເທດໄທ ໃນເດືອນກັນຍາ 2018 ແລະ ໃນເດືອນສິງຫານີ້ ຈະມີການປະກາດລາຍຊື່ນັກກິລາຜູ້ທີ່ຈະໄດ້ເປັນຕົວແທນນັກກິລາຍິງປືນໄອພີເອັສຊີລາວ ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ແລະ ໃນຊຸດນີ້ ກໍ່ຈະໄດ້ສືບຕໍ່ກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນຍິງປືນນາໆຊາດ ເລໂວ້ 3 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໃນເດືອນຕຸລານີ້.