ວັນເສົາ ທີ 16 ກຸມພາ 2019 16:54:01
ຫຼອດໄຟ Light cam ເປັນຫຼອດໄຟອັດສະຣິຍະທີ່ສາມາດໃຊ້ງານເປັນກ້ອງວົງຈອນປິດໄດ້ໃນໂຕ ໂດຍໂຕຫຼອດໄຟຄ້າຍຄືກັບຫຼອດໄຟຟ້າທົ່ວໄປ ທີ່ສາມາດໃສ່ແທນທີ່ຫຼອດໄຟມາດຕະຖານທົ່ວໄປໄດ້ຢ່າງງ່າຍດາຍ ໂດຍທີ່ໂຕຫຼອດໄຟຈະມີເລນກ້ອງວົງຈອນປິດທີ່ສາມາດຖ່າຍພາບວັດຖຸໄດ້ໄກສຸດ 7 ແມັດ ມີລະບົບ Night vision ສາມາດຖ່າຍພາບໃນບ່ອນມືດໄດ້ ຄວາມລະອຽດ 1.080 ພິກເຊວ ຜູ້ໃຊ້ສາມາດເບິ່ງພາບຈາກກ້ອງວົງຈອນປິດໄດ້ຜ່ານມືຖື ເຊິ່ງຈະໄດ້ທັງພາບ ແລະ ສຽງທີ່ຊັດເຈນ.
ນອກຈາກນີ້ Light cam ຍັງຮອງຮັບການໃຊ້ງານຮວມກັບທັງ IOS ແລະ Android ພາຍໃນມີ MicroSD ສຳລັບເກັບວິດີໂອ ພ້ອມທັງສຳຮອງຂໍ້ມູນເກັບໄວ້ໃນກ້ອງຂໍ້ມູນອອນລາຍຕະຫຼອດເວລາ ຫຼື ຈະເລືອກເກັບສຳຮອງໄວ້ໃນ PC ຫຼື ມືຖືກໍ່ໄດ້ຄືກັນ ສ່ວນລາຄາເລີ່ມຕົ້ນແມ່ນ 89 ໂດລາ ຄາດວ່າຈະວາງຈຳໜ່າຍໃນເດືອນສິງຫາປີ 2018 ນີ້.