ວັນເສົາ ທີ 23 ກຸມພາ 2019 11:37:06
ລັດຖະບານສະຫະລັດອາເມຣິກາໃຫ້ການສະໜັບສະໜູນການແຂ່ງຂັນກິລາບານສົ່ງ ແລະ ຈັດກິດຈະກຳແລກປ່ຽນທາງດ້ານວັດທະນະທຳ ສຳລັບບັນດານ້ອງນັກຮຽນລະດັບມັດທະຍົມ ຈາກສະຫະລັດອາເມຣິກາ ແລະ ສປປ ລາວ ໃນວັນທີ 19-20 ກໍລະກົດ 2018 ຂຶ້ນ ທີ່ນະຄອນຫຼວງພະບາງ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ.
ຄະນະຜູ້ແທນທີ່ມາຢ້ຽມຢາມ ມີ 25 ທ່ານ ລວມທັງນັກກີລາ ແລະ ຄູຝຶກ ຈາກນະຄອນແຊນດິອາໂກ ລັດຄາລີຟໍເນັຍ ເດີນທາງສະຫະລັດອາເມຣິກາ ມຸ່ງໜ້າມາສູ່ນະຄອນຕ່າງໆ ທີ່ປະເທດຫວຽດນາມ ແລະ ສປປ ລາວ ເພື່ອຮ່ວມແຂ່ງຂັນມິດຕະພາບກີລາບານສົ່ງ ສິດສອນທັກສະຕ່າງໆ ພ້ອມກັນນັ້ນກໍຮຽນຮູ້ກ່ຽວກັບວັດທະນະທຳ ແລະ ປະເພນີ ອັນດີງາມຕ່າງໆຢູ່ໃນພາກພື້ນ ແລະ ສົ່ງເສີມຄວາມເຂົ້າໃຈໃນວັດທະນະທຳ.
ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ໄດ້ເດີນທາງເຂົ້າຮ່ວມໃນພິທີ ແລະ ກ່າວ ໃນພິທີເປີດງານວ່າ: ການແຂ່ງຂັນກີລາເປັນໜື່ງໃນຫຼາຍວິທີທີ່ຊ່ວຍນຳເອົາບັນດາຊາວໜຸ່ມມາເຂົ້າຮ່ວມກິດຈະກຳ ມັນເປັນໜື່ງໃນຕົວຢ່າງຂອງຄວາມມຸ່ງໝັ້ນໃນການເປັນຄູ່ຮ່ວມພັດທະນາແບບກວມລວມ ແລະ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະ ພາບອັນດີຂອງສອງຊາດ.
ໂຄງການນີ້ໄດ້ຖືກຈັດໃຫ້ມີຂື້ນມາໂດຍການສະໜັບສະໜູນທາງດ້ານທຶນຮອນ ຈາກລັດຖະບານສະຫະລັດ ອາເມຣິກາໂດຍຜ່ານ ສຳນັກງານການສຶກສາ ແລະ ວັດທະນະທຳ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງໂດຍ ສະພາການທູດ ແຊນດິເອໂກ ແລະ ສູນຄວາມອາດສາມາດແຫ່ງຊາດ.