ວັນອັງຄານ ທີ 10 ທັນວາ 2019 22:37:03
ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸຮັກສັດນ້ຳ-ສັດປ່າ ແຫ່ງຊາດ (13 ກໍລະກົດ) ປະຈຳປີ 2018 ຂຶ້ນວັນທີ 21 ກໍລະກົດ 2018 ຢູ່ໜອງຫານ ເຂດບ້ານນາທາມ ແລະ ບ້ານນາຊອນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງປາກງື່ມ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງເດືອນ ບຸນຍະແສງ ກ່າວວ່າ: ການປ່ອຍປາຄັ້ງນີ້ ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ເຊິ່ງລັດຖະບານລາວ ໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ-ສັດປ່າ ແຫ່ງຊາດ ເພື່ອຊຸກຍູ້-ສົ່ງເສີມ ອະນຸຮັກປົກປັກຮັກສາສິ່ງແວດລ້ອມ ໃຫ້ຄວາມສົມດຸນທາງທຳມະຊາດ ທັງເປັນການພັດທະນາ ແລະ ຂະຫຍາຍສັດນ້ຳ-ສັດປ່າໃຫ້ມີຄວາມສົມບູນ ຍືນຍົງ ຄຽງຄູ່ກັບຊີວິດ-ສັງຄົມ.
ການສ້າງຂະບວນການປ່ອຍສັດນ້ຳ-ສັດປ່າໄລຍະເດືອນກໍລະກົດຂອງທຸກໆປີ ໄດ້ຈັດຂຶ້ນຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະຢູ່ເມືອງກໍ່ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເຊັ່ນປີ 2015 ໄດ້ປ່ອຍຢູ່ 2 ຈຸດ ປ່ອຍປາ 30.000 ໂຕ ປີ 2016 ປ່ອຍຢູ່ 2 ຈຸດ ປ່ອຍປາ 200.000 ໂຕ ປີ 2017 ປ່ອຍຢູ່ 5 ຈຸດ ປ່ອຍປາ 310.000 ໂຕ ໃນນີ້ ບໍ່ນັບບຸກຄົນ ນິຕິບຸກຄົນທີ່ປ່ອຍໃນໜອງຂອງຕົນເອງ ສຳລັບປີ 2018 ໄດ້ຈັດພິທີປ່ອຍໄປແລ້ວຄັ້ງທີ 1 ຢູ່ໜອງໝີ ເຂດບ້ານເວີນແຄນ ປ່ອຍປາ 61.000 ໂຕ ສຳລັບຄັ້ງນີ້ເປັນຄັ້ງທີ 2 ໂດຍໄດ້ຮັບການອຸປະຖຳລູກປາຈາກບໍລິສັດສົມສະໜຸກຟາມ 50.000 ໂຕ ບໍລິສັດ XP 5.000 ໂຕ ບ້ານນາທາມ 3.000 ໂຕ ບ້ານາຊອນ 3.000 ໂຕ ບໍລິສັດລາວອິນໂດ-ໄຊນາກຣຸບ ມະຫາຊົນ 5.000 ໂຕ ທ່ານເຈົ້າຄອງ ນວ 11.000 ໂຕ ແລະ ພາກສ່ວນອື່ນໆອີກລວມລູກປາ 200.000 ກວ່າໂຕ ໃນນີ້ມີປານິນ ປາໄນ ປາປາກ ປາເຂັງ ແລະ ປາດຸກ ນອກນີ້ ຍັງຈະລະດົມໃຫ້ບ້ານທີ່ມີເງື່ອນໄຂປ່ອຍຕື່ມຈຳນວນໜຶ່ງ.