ວັນອັງຄານ ທີ 10 ທັນວາ 2019 06:14:47
ນັກຮຽນໂຮງຮຽນກຽດຕິສັກນາໆຊາດ ເປັນຕົວແທນຈາກປະເທດລາວ ສາມາດຍາດໄດ້ຫຼຽນຄຳໃນກຸ່ມແຂ່ງຂັນສາຂາວິຊາຊີວະສາດຫົວຂໍ້“ປູກໄໝລ້ຽງມ້ອນ”ໃນງານວາງສະແດງນະວັດຕະກຳສິ່ງປະດິດຂອງນັກວິທະຍາສາດຜູ້ໜຸ່ມນ້ອຍທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເປັນເຈົ້າພາບຈັດຂຶ້ນວັນທີ 9-13 ກໍລະກົດ 2018.
ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ນັກຮຽນຈາກໂຮງຮຽນກຽດຕິສັກນາໆຊາດ ເປັນຕົວແທນປະເທດລາວເຂົ້າຮ່ວມງານວາງສະແດງນະວັດຕະກຳສິ່ງປະດິດຂອງນັກວິທະຍາສາດຜູ້ໜຸ່ມນ້ອຍ ເຊິ່ງການແຂ່ງຂັນມີຫຼາຍປະເທດເຂົ້າຮ່ວມຄື: ອິນໂດເນເຊຍ ອິນເດຍ ໄທ ຟີລິບປິນ ສະຫະລັດອາເມຣິກາ ກວມ ສີລັງກາ ຣັດເຊຍ ແລະ ຈີນ ໃນນັ້ນ ໂຮງຮຽນກຽດຕິສັກນາໆຊາດ ໄດ້ຄັດເລືອກນັກຮຽນເຂົ້າຮ່ວມແຂ່ງຂັນ 13 ຄົນ ຍິງ 10 ຄົນ ແລະ ຄູນຳພາ 1 ຄົນ.
ສ່ວນການເຂົ້າຮ່ວມແຂ່ງຂັນໄດ້ແບ່ງອອກເປັນ 4 ກຸ່ມຄື: ກຸ່ມທີ 1 ແຂ່ງຂັນໃນສາຂາວິຊາຊີວະສາດ ໃນຫົວຂໍ້“ປູກໄໝລ້ຽງມ້ອນ” ກຸ່ມທີ 2 ແຂ່ງຂັນໃນສາຂາວິຊາວິທະຍາສາດເຕັກໂນໂລຢີ ແລະ ຄະນິດສາດ ໃນຫົວຂໍ້ “ເຮືອນອັດສະລິຍະ” ກຸ່ມທີ 3 ແຂ່ງຂັນໃນສາຂາວິຊາວັດຖຸ ສາຂາວິຊາຟີຊິກສາດ ແລະ ວິສະວະກຳສາດ ໃນຫົວຂໍ້“ແຂນຫຸ່ນຍົນ” ແລະ ກຸ່ມທີ 4 ແຂ່ງຂັນສາຂາວິຊາວິທະຍາສາດສິ່ງແວດລ້ອມ ໃນຫົວຂໍ້ “ຫຼັງຄາສີຂຽວທີ່ໃຫ້ພະລັງງານແບບຍືນຍົງ”.
ສຳລັບຜົນຂອງການແຂ່ງຂັນປາກົດວ່າ: ກຸ່ມທີ 1 ແຂ່ງຂັນສາຂາວິຊາຊີວະສາດ ໃນຫົວຂໍ້“ປູກໄໝລ້ຽງມ້ອນ” ສາມາດຍາດໄດ້ຫຼຽນຄຳ ມາຄອງໄດ້ສຳເລັດ ແລະ ລາງວັນພິເສດສາຂາວິຊາຊີວະສາດ ເຊິ່ງໃນກຸ່ມປະກອບມີນາງ ທິບສາຍໃຈ ນາທະວົງ ນາງ ວະນັດດາ ປັນຍາສັດທະນາສິນ ນາງ ກຸນລະສັດຕີ ມະນີວົງ ແລະ ທ້າວ ກິດຊະໄນ ພົມມະວົງສາ ກຸ່ມທີ 2 ກຸ່ມທີ 3 ແລະ ກຸ່ມທີ 4 ໄດ້ຮັບຫຼຽນທອງ ໃນນັ້ນ ກຸ່ມທີ 3 ໄດ້ຮັບລາງວັນພິເສດ ສາຂາການນຳໃຊ້ພະລັງງານໝູນວຽນຕື່ມອີກ ເຊິ່ງນັກຮຽນກຽດຕິສັກນາໆຊາດທີ່ໄດ້ຮັບລາງວັນຄັ້ງນີ້ ໄດ້ນຳເອົາຊື່ສຽງມາສູ່ສະຖາບັນຄອບຄົວ ໂຮງຮຽນ ແລະ ປະເທດຊາດ ທັງເປັນບົດຮຽນທີ່ດີໃຫ້ແກ່ນັກຮຽນຜູ້ອື່ນໆ.