ວັນອາທິດ ທີ 17 ກຸມພາ 2019 07:21:48
ເພື່ອສະແດງເຖິງຄວາມຮູ້ບຸນຄຸນຂອງປະທານ ສະພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ມີຕໍ່ການປະຕິວັດ ແຫ່ງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະ ແມ່ນປະທານ ສຸພານຸວົງ ກັບ ຫວຽດນາມ ໃນແຕ່ລະໄລຍະ ການສ້າງຟີມເອກະສານໃນການສະເຫຼີມສະຫຼອງປີສາມັກຄີ ລາວ-ຫວຽດນາມ ໃນປີ 2017 ຜ່ານມາ.
ວັນທີ 12 ກໍລະກົດ 2018 ທີ່ຫໍພິພິທະພັນ ປະທານໄກສອນ ພົມວິຫານ ທ່ານ ດັກ ຊວນ ຫ໋າຍ ສິລະປິນແຫ່ງຊາດ ປະທານສະມາຄົມຮູບເງົາ ສສ ຫວຽດນາມ ໄດ້ນຳເອົາຟີມຮູບເງົາເອກະສານ ກ່ຽວກັບປະທານ ສຸພານຸວົງ ໃຫ້ຄະນະຮັບຜິດຊອບຫໍພິພິທະພັນທ່ານ ໄກສອນ ພົມວິຫານ ເພື່ອເປັນຂອງທີ່ລະນຶກ ໃນໂອກາດວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 109 ປີ (13 ກໍລະກົດ 1909-13 ກໍລະກົດ 2018) ກ່າວຮັບຂອງທ່ານ ສິງທອງ ສິງຫາປັນຍາ ຮັກສາການຫົວໜ້າຄະນະຮັບຜິດຊອບຫໍພິພິຕະພັນປະທານໄກສອນ ພົມວິຫານ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.