ວັນອາທິດ ທີ 17 ກຸມພາ 2019 10:41:41
ວັນທີ 13 ກໍລະກົດ 2018 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມການນຳນະຄອນຫຼວງວຽງຈັນໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການພັດທະນາຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ໂດຍການຕ້ອນຮັບຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດ ພ້ອມດ້ວຍຄະນະ ແລະ ຜູ້ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ.
ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ທັງເປັນຄະນະສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງໄດ້ລາຍງານໃຫ້ຮູ້ວ່າ: ເຂດເສດຖະກິດສະເພາະບຶງທາດຫຼວງສ້າງຕັ້ງຂຶ້ນໃນທ້າຍປີ 2011 ພາຍຫຼັງທີ່ລັດຖະບານລາວໄດ້ເຊັນສັນຍາກັບບໍລິສັດອະສັງຫາລີມະຊັບ ຫວ້ານເຟີ້ງ ຊຽງໄຮ້ ສປ ຈີນ ດ້ວຍທຶນຈົດທະບຽນ 7 ຕື້ກີບ ໃນເນື້ອທີ່ສຳປະທານ 365 ເຮັກຕາ ໂດຍມີຈຸດປະສົງເພື່ອສ້າງເຂດດັ່ງກ່າວໃຫ້ເປັນເມືອງທ່ອງທ່ຽວໜອງນ້ຳທຳມະຊາດ ແລະ ວັດທະນະທຳ ເປັນເຂດການຄ້າ-ການບໍລິການຕ່າງໆທີ່ທັນສະໄໝຄົບວົງຈອນ ຄາດຄະເນມູນຄ່າການລົງທຶນທັງໝົດ 1,6 ຕື້ໂດລາສະຫະລັດ ເຊິ່ງແຜນການກໍ່ສ້າງໂຄງການແມ່ນມີກຳນົດເວລາ 20 ປີ ນັບແຕ່ປີທີ່ໄດ້ສຳປະທານເນື້ອທີ່ດິນ ອີງຕາມສະພາບການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ໄລຍະເວລາການກໍ່ສ້າງເຂດໄດ້ແບ່ງອອກເປັນ 4 ໄລຍະຄື: ໄລຍະທີ 1 ປີ 2012-2017 ໄລຍະທີ 2 ປີ 2018-2022 ໄລຍະທີ 3 ປີ 2023-2027 ແລະ ໄລຍະທີ 4 ປີ 2028-2032 ໃນນີ້ຜ່ານການຈັດຕັ້ງປະຕິບັດແຜນພັດທະນາໄລຍະທີ 1 ເຂດເສດຖະກິດສະເພາະບຶງທາດຫຼວງໄດ້ມີຄວາມຄືບໜ້າໃນຫຼາຍດ້ານເຊັ່ນ: ການຊົດເຊີຍເວນຄືນທີ່ດິນ ຜົນລະປູກໃຫ້ປະຊາຊົນທີ່ຖືກຜົນກະທົບສຳເລັດ 91% ສຳເລັດການຂຸດໜອງນ້ຳໃຫຍ່ ຄອງລະບາຍນ້ຳ ປັບໜ້າດິນ ແລະ ຖົມດິນ ສ້າງຖະໜົນຫົນທາງເຊື່ອມຕໍ່ເຂົ້າເຂດ ແລະ ໃນເຂດ ສ້າງຂົວຂ້າມຄອງນ້ຳພາຍໃນເຂດ ຕຶກອາຄານ ຫ້ອງການຕະຫຼາດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໄດ້ສຳເລັດການກໍ່ສ້າງຕຶກຄອນໂດມິນຽມທັງໝົດ 11 ຕຶກ ສູງ 17 ຊັ້ນ ເປີດຂາຍແລ້ວ 4 ຕຶກ ປັດຈຸບັນຜູ້ພັດທະນາໄດ້ເອົາໃຈໃສ່ປັບປຸງແຜນແມ່ບົດການພັດທະນາຂອງຕົນໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ຂອງ ສປປ ລາວ ເຊິ່ງແຜນແມ່ບົດດັ່ງກ່າວກຳລັງໄດ້ຮັບການຄົ້ນຄວ້າພິຈາລະນາຈາກກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຄຽງຄູ່ກັບການເຮັດບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ທີ່ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມພວມສຸມໃສ່ປັບປຸງລາຍລະອຽດ ແລະ ສະເໜີຕໍ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮັບຮອງ.
ໂອກາດນີ້ທ່ານເຈົ້າຄອງນະຄອນຫຼວງພ້ອມດ້ວຍຄະນະ ໄດ້ລົງກວດກາເບິ່ງສະພາບຕົວຈິງຂອງໂຄງການ ໂດຍສະເພາະການສ້າງທາງເຊື່ອມຕໍ່ຈາກເຂດອອກສູ່ທາງບ້ານໂນນຫວາຍ ເຊິ່ງຜູ້ພັດທະນາເຂດເປັນຜູ້ອອກງົບປະມານໃນການກໍ່ສ້າງທັງໝົດ ຄາດວ່າຈະສາມາດເປີດໃຫ້ປະຊາຊົນສາມາດນຳໃຊ້ໃນໄວໆນີ້ ແນໃສ່ຫຼຸດຜ່ອນຄວາມແອອັດຂອງການສັນຈອນໃນບໍລິເວນ 4 ແຍກໄຟແດງທາດຫຼວງ ພ້ອມນັ້ນທ່ານຍັງໄດ້ຕີລາຄາສູງຕໍ່ນັກລົງທຶນທີ່ໄດ້ຕັດສິນໃຈມາລົງທຶນເພື່ອພັດທະນານະຄອນຫຼວງວຽງຈັນ ພ້ອມທັງຊົມເຊີຍບໍລິສັດທີ່ໄດ້ເອົາໃຈໃສ່ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງໃຫ້ກາຍເປັນເຂດພັດທະນາ ສະແດງໃຫ້ເຫັນໄລຍະປີ 2011 ເປັນຕົ້ນມາຮອດປັດຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງເປັນຕົ້ນ ຕຶກອາຄານຕ່າງໆ ແລະ ການພັດທະນາພື້ນຖານໂຄງລ່າງ ນອກນັ້ນຍັງໄດ້ເນັ້ນໃຫ້ຮີບຮ້ອນຈ່າຍຄ່າຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈຳນວນໜຶ່ງທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຜັງການລົງທຶນຕ້ອງເປັນຈຸນລະພາກໜຶ່ງຂອງເມືອງວຽງຈັນທີ່ເຊື່ອມໂຍງກັນດ້ານໜ້າດິນ ນ້ຳ ອາກາດ ແລະ ຄວາມສະຫງົບສຸກ ເພື່ອເຮັດໃຫ້ຄອງນ້ຳວຽງຈັນເປັນບ່ອນທ່ອງທ່ຽວໄດ້ໃນທຸກໆລະດູການ ນອກນັ້ນໃຫ້ລະດົມແນວຄວາມຄິດຂອງປະຊາຊົນລາວເຂົ້າໄປອາໄສຢູ່ເຂດດັ່ງກ່າວ ແລະ ອື່ນໆ.