ວັນເສົາ ທີ 23 ກຸມພາ 2019 17:25:29
ໃນປີ 2018 ເຫັນວ່າສະພາບດິນຟ້າອາກາດໄດ້ມີການປ່ຽນແປງຝົນຕົກແຕ່ຫົວປີ ແລະ ທ້າຍປີຝົນອາດຈະບໍ່ຕົກກໍ່ເປັນໄປໄດ້ ຖ້າເປັນຄືແນວນັ້ນຈະມີຄວາມສ່ຽງຕໍ່ການຈະເກີດໄພແຫ້ງແລ້ງຕາມມາ ອັນຈະເກີດຜົນກະທົບຕໍ່ເນື້ອທີ່ທຳການຜະລິດ ໂດຍສະເພາະ ກໍ່ແມ່ນເນື້ອທີ່ການຜະລິດເຂົ້ານາປີ ຖ້າຫາກເກີດຂຶ້ນແນ່ນອນຜົນຜະລິດຈະບໍ່ໄດ້ຮັບ ໝາກຮັບຜົນເທົ່າທີ່ຄວນ ຕໍ່ບັນຫາດັ່ງກ່າວນີ້ ນະຄອນຫຼວງວຽງຈັນ ໂດຍສະເພາະ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນໄດ້ມີການກະກຽມຄວາມພ້ອມແຕ່ຫົວທີໃນການຕ້ານແລ້ງ.
ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ທົ່ວນະຄອນຫຼວງວຽງຈັນມີລະບົບຊົນລະປະທານທັງໝົດ 86 ແຫ່ງ ໃນນັ້ນ ມີອ່າງເກັບນ້ຳ 10 ແຫ່ງ ຄື: ອ່າງເກັບນ້ຳຊ່ວງ ນ້ຳຫຸມ ຫ້ວຍຊອນ ໜອງຕະເລີ ໜອງເຊືອມ ຫ້ວຍກອກ ອ່າງເກັບນ້ຳບ້ານສົມສະຫວັນ ຫຼັກ 27 ຫ້ວຍແຕນ ຫ້ວຍເຕັນ ແລະ ອ່າງເກັບນ້ຳນາຄັນທຸງ ມີຈັກສູບນ້ຳດ້ວຍໄຟຟ້າ 70 ສະຖານີ ລວມຈັກສູບນ້ຳມີທັງໝົດ 181 ເຄື່ອງ ຝາຍນ້ຳລົ້ນ 5 ແຫ່ງ ຄື: ຫ້ວຍຊາຍຂາວ ຫ້ວຍຊົ້ວ ຫ້ວຍຊອນ 1 ຫ້ວຍຊອນ 2 ຫ້ວຍຄາງບານ (ບ້ານຫົວຂົວ ເມືອງນາຊາຍທອງ) ແລະ ມີປະຕູນ້ຳຊົນລະປະທານ 4 ແຫ່ງ ຄື: ຫ້ວຍຍຸນ ຫ້ວຍຊາຍມູນ 1 ຫ້ວຍຊາຍມູນ 2 ແລະ ຂຸດສາມບາດ ໃນທົ່ວນະຄອນຫຼວງມີເນື້ອທີ່ທຳການຜະລິດລະດູຝົນທັງໝົດ 52.495 ເຮັກຕາ ໃນນັ້ນ ສະໜອງນ້ຳເຂດຊົນລະປະທານໄດ້ 17.595 ເຮັກຕາ.
ວຽກງານສ້ອມແປງ ແລະ ປ່ຽນຖ່າຍຈັກສູບນ້ຳເພື່ອຕ້ານແລ້ງມີ 27 ໂຄງການ 4 ເຄື່ອງ ຄື: ເມືອງຫາດຊາຍຟອງມີ 6 ໂຄງການ ມູນຄ່າ 864 ລ້ານກີບ ເມືອງໄຊທານີ ມີ 12 ໂຄງການ ມູນຄ່າ 3,28 ຕື້ກີບ ເມືອງໄຊເຊດຖາ ມີ 2 ໂຄງການ ມູນຄ່າ 164 ລ້ານກີບ ແລະ ເມືອງປາກງື່ມມີ 7 ໂຄງການ ມູນຄ່າ 617 ລ້ານກີບ ລວມງົບປະ ມານທັງໝົດ 4,93 ຕື້ກີບ.
ແຜນງົບປະມານ ແລະ ວັດຖຸອຸປະກອນຕ້ານແລ້ງ-ຕ້ານຖ້ວມ ມີຄວາມຕ້ອງການງົບປະມານເພື່ອວຽກສ້ອມແປງປະຕູນ້ຳມີ 2 ເມືອງ ມີ 4 ຈຸດ ຄື: ເມືອງປາກງື່ມ ປະຕູນ້ຳຫ້ວຍໃໝ່ໝາກນາວ ແລະ ປະຕູນ້ຳຫ້ວຍທ່າໜອງຄັນ ມູນຄ່າສ້ອມແປງທັງໝົດ 21,9 ລ້ານກີບ ແລະ ເມືອງສີໂຄດຕະບອງ ປະຕູນ້ຳຫ້ວຍມີໄຊ ແລະ ປະຕູນ້ຳບ້ານອາກາດ ລວມມູນຄ່າສ້ອມແປງທັງໝົດ 27,8 ລ້ານກີບ.
ນອກຈາກພາກລັດ ກໍ່ຄື ຂະແໜງການກ່ຽວຂ້ອງໄດ້ກະກຽມຄວາມພ້ອມດ້ານຕ່າງໆທີ່ກ່າວມານີ້ແລ້ວ ຊາວກະສິ ກອນຜູ້ທີ່ທຳການຜະລິດກະສິກຳກໍ່ໃຫ້ມີການກະກຽມຕ້ານແລ້ງຊ່ວຍກັນຕື່ມອີກ ເປັນຕົ້ນ ບ່ອນທີ່ມີເງື່ອນໄຂກໍ່ໃຫ້ພາກັນຕັນຫ້ວຍຮ່ອງຄອງບຶງເກັບກັກນ້ຳໄວ້ໃນລະດູຝົນ ເພື່ອໄປຊົມໃຊ້ໃນເວລາເກີດມີໄພແຫ້ງແລ້ງ ອັນສຳຄັນໜຶ່ງອີກກໍ່ໃຫ້ມີການກະກຽມອຸປະກອນຮັບໃຊ້ໃນການສູບນ້ຳຈາກຫ້ວຍຮ່ອງຄອງບຶງ ແລະ ໜອງທີ່ຢູ່ໃກ້ຄຽງຂຶ້ນໃສ່ເນື້ອທີ່ທຳການຜະລິດຂອງຕົນ ເປັນຕົ້ນ ກໍ່ແມ່ນຈັກສູບນ້ຳດ້ວຍນ້ຳມັນ ຈັກລົດໄຖນາເດີນຕາມ ແລະ ອື່ນໆ ທັງນີ້ ກໍ່ເພື່ອຮັບປະກັນບໍ່ໃຫ້ເນື້ອທີ່ປັກດຳເຂົ້ານາປີ ແລະ ການຜະລິດພືດຜັກລະດູຝົນໄດ້ຮັບຄວາມເສຍຫາຍຈາກໄພແຫ້ງແລ້ງ.