ວັນສຸກ ທີ 22 ກຸມພາ 2019 16:46:32
ເມື່ອໄດ້ເຫັນ ໄດ້ອ່ານ ແລະ ຮັບຮູ້ນຳຂໍ້ມູນຂ່າວສານແຫຼ່ງຕ່າງໆໂດຍສະເພາະສື່ອອນລາຍ ຜູ້ຂຽນຮູ້ສຶກຕົກໃຈຫວ່ຳໆພໍປານຂີ່ເຮືອບິນຫຼົ່ມຂຸມອາກາດຢູ່ທ້ອງຟ້າ ເພາະຊີວິດຄົນເຮົາເໝືອນຫ້ອຍຢູ່ເສັ້ນດ້າຍນ້ອຍໆລໍວັນແຕ່ຈະຖືກກັດແຫ້ນຈາກທາດເຄມີທີ່ມານຳອາຫານການກິນ ແລະ ລ່ອງລອຍໃນສິ່ງແວດລ້ອມແລ້ວກໍຂາດລົງສູ່ອະວະສານ.
ອາດຍ້ອນຄວາມຕ້ອງການຂອງຜູ້ບໍລິໂພກ ຫຼືຄວາມເຫັນເງິນໜ້າດຳເຫັນຄຳໜ້າສິ້ວຂອງພໍ່ຄ້າຊາວຂາຍ ຈຶ່ງຊອກຫາສິ່ງມາທົດແທນອາຫານດ້ວຍການຫາວັດຖຸປຸງແຕ່ງໃຫ້ຄືອາຫານເປັນຕົ້ນ: ເສັ້ນໝີ່ ເສັ້ນລ້ອນ ກາເຟ ເຂົ້າໜົມ ໃຈເຂົ້າໜົມໂດຍເອົາເຄມີມາປຸງແຕ່ງໃຫ້ຄ້າຍຄືສຶ່ງນັ້ນ ແມ່ນກະທັ້ງປາ ຊີ້ນ ໜັງຄວາຍແຫ້ງ ປາມຶກ ປາທະເລ ຫຼືຊີ້ນປາອາຫານທີ່ວາງຂາຍໃນຕະຫຼາດ ສ່ວນໝາກໄມ້ຈາກຕ່າງປະເທດເຊັ່ນ ອະງຸນ ແອບເປີນ ລິນຈີ່ ກ້ວຍ ອາໂວກາໂດ ຫຼືໝາກໄມ້ອື່ນໆກໍຄືກັນ ຜູ້ບໍລິໂພກທີ່ຈະຊື້ຕ້ອງມີສະຕິ ຮູ້ສັງເກດເລືອກ ຮູ້ແຫຼ່ງທີ່ມາຂອງສິນຄ້າ ແມ່ນແທ້ຖ້າມີຜູ້ໄວ້ໃຈເຊັ່ນຂາປະຈຳໄດ້ຍິ່ງດີ, ສ່ວນໃນສິ່ງແວດລ້ອມກໍມີຄວັນຈາກທໍ່ອາຍເສຍລົດ ການຈູດຂີ້ເຫຍື້ອທີ່ບໍ່ແຍກປະເພດຂີ້ເຫຍື້ອ ແລະ ອື່ນໆທີ່ປົນມາກັບອາກາດ.
ຜົນສະທ້ອນຂອງອາຫານປອມ ອາຫານທີ່ແຊ່ເຄມີມີຜົນສະທ້ອນໂດຍກົງຕໍ່ສຸຂະພາບ ເຖິງແມ່ນຈະລ້າງເຮັດອະນາໄມແລ້ວກໍຕາມ ແຕ່ກໍມີສ່ວນຕິດຄ້າງອັນຕະລາຍຕໍ່ຜູ້ບໍລິໂພກເຖິງຂັ້ນຊີວິດ ດ້ວຍຄວາມຕາຍຜ່ອນສົ່ງ ກ້າວໄປເຖິງເປັນພະຍາດບາດເຍົາຕ່າງໆ ເປັນຕົ້ນ ມະເຮັງ ທາງເດີນອາຫານ ແລະ ອື່ນໆ ດັ່ງນັ້ນທຸກອາຫານການກິນສຳເລັດຮູບມາຈາກທາງໄກຢ່າຟ້າວດ່ວນໄປຊີມ ຕ້ອງມີວິທີການຖາມຫາທີ່ໄປທີ່ມາແບບໂດຍກົງຫຼື ອ້ອມຄ້ອມເພື່ອຄວາມປອດໄພຂອງຕົນ ແລະຫຼາຍໆຄົນທີ່ມີຄົວລວມ.
ທາງອອກທີ່ຈຳກັດ ການຄ້າຂາຍຫງາຍມືແບບຜິດກົດໝາຍດັ່ງກ່າວ ມີແຕ່ການກວດກາຂອງພາກສ່ວນທີ່ມີສ່ວນກ່ຽວຂ້ອງໃນດ່ານຊາຍແດນ ດ່ານແຂວງຕໍ່ແຂວງໂດຍສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງອາຫານແລະຢາ ພ້ອມດຽວກັນຖ້າສົງໄສມີຢູ່ພາຍໃນກໍຕ້ອງຫາວິທີສະກັດກັ້ນດ່ວນ ໃຊ້ມາດຕະການປາບປາມເດັດຂາດບໍ່ໃຫ້ພວກດັ່ງກ່າວມີທີ່ຢືນໃນສັງຄົມໄດ້ຕໍ່ໄປ.
ໂດຍ: ດອກຊ້ອນ ດອນໂຂງ