ວັນສຸກ ທີ 22 ກຸມພາ 2019 17:46:33
ວັນທີ 13 ມິຖຸນານີ້ ທະນາຄານກາງ ສ ອາເມຣິກາ (Fed) ໄດ້ປະກາດລະດັບ ຂຶ້ນອັດຕາດອກເບ້ຍເປັນເທື່ອທີ 2 ພາຍໃນປີນີ້ ໃນນັ້ນການຂຶ້ນອັດຕາດອກເບ້ຍເງິນກູ້ ຢູ່ທີ່ລະດັບ ປະມານ ແຕ່ 1,75% ຫາ 2% ເປັນການສະແດງໃຫ້ເຫັນເຖິງຄວາມມາດຟື້ນຕົວ ຂອງພື້ນຖານ ເສດຖະກິດ ສ ອາເມຣິກາ ແລະລະດັບຄວາມເຕີບໂຕດ້ານວຽກເຮັດງານທຳ ຕະຫຼອດຮອດເງິນເຟີ້ ໃກ້ຈະບັນລຸເຖິງລະດັບຄາດໝາຍຂອງ Fed.
ໃນແຈ້ງການສະບັບໜຶ່ງ ທີ່ມີອອກມາຫຼັງສິ້ນສຸດການປະຊຸມແກ່ຍາວເປັນເວລາ 2 ວັນນັ້ນ ຄະນະກຳມະການກຳນົດອັດຕາດອກເບ້ຍຂອງ Fed ໃຫ້ຮູ້ວ່າ ຕະຫຼາດແຮງງານຂອງ ສ ອາເມຣິກາ ສືບຕໍ່ໝັ້ນຄົງແຂງແຮງ ແລະການເຄື່ອນໄຫວທາງດ້ານເສດຖະກິດ ເພີ່ມຂຶ້ນດ້ວຍຄວາມໄວທີ່ໝັ້ນທ່ຽງ.
ນັບແຕ່ປີ 2015 ເປັນຕົ້ນມາ Fed ໄດ້ຂຶ້ນອັດຕາດອກເບ້ຍມາແລ້ວ 7 ເທື່ອ ຍ້ອນມີການ ພັດທະນາຢ່າງຕໍ່ເນື່ອງຂອງພື້ນຖານເສດຖະກິດ ແລະ ຄວາມເຕີບໂຕດ້ານວຽກເຮັດງານທຳ ມີຄວາມໝັ້ນທ່ຽງ.