ວັນຈັນ ທີ 9 ທັນວາ 2019 22:08:43
ວັນທີ 8 ມິຖຸນາ 2018 ທີ່ຫ້ອງການປົກຄອງເມືອງຄຳ ແຂວງຊຽງຂວາງ ຄະນະອະດີດນັກຮຽນມັດທະຍົມເມືອງແປກ ວິລະຊົນແຂວງຊຽງຂວາງ ໄດ້ມອບເຄື່ອງບັນເທົາທຸກໃຫ້ປະຊາຊົນບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ທີ່ໄດ້ຮັບເຄາະຮ້າຍຈາກເຫດການໄຟໄໝ້ເຮືອນ 32 ຫຼັງ ໃນເດືອນພຶດສະພາ 2018 ຜ່ານມາ ກ່າວມອບໂດຍທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ກ່າວຮັບໂດຍທ່ານ ວຽງໄຊ ສີວິໄລ ເຈົ້າເມືອງຄຳ ມີພະນັກງານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຜ້າຫົ່ມມຸ້ງ ແລະ ອຸປະກອນຮັບໃຊ້ເຮືອນຄົວທີ່ຈຳເປັນ ລວມມູນຄ່າທັງໝົດ 12 ລ້ານກີບ ເຊິ່ງການຊ່ວຍເຫຼືອຄັ້ງນີ້ເຖິງວ່າຈະບໍ່ຫຼວງຫຼາຍ ແຕ່ກໍ່ເປັນການຊ່ວຍບັນເທົາທຸກໃນເບື້ອງຕົ້ນໃຫ້ຜູ້ເຄາະຮ້າຍ ແລະ ຍັງເປັນການເສີມຂະຫຍາຍນ້ຳໃຈເອື້ອເຟື້ອເພື່ອແຜ່ຂອງເຫຼົ່າອະດີດນັກຮຽນ ມັດທະຍົມເມືອງແປກວິລະຊົນທີ່ເຄີຍມີມູນເຊື້ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ຮັບໃຊ້ສູ້ຮົບໃນປາງສົງຄາມອີກດ້ວຍ.
ໂອກາດນີ້ ທ່ານເຈົ້າເມືອງຄຳ ໄດ້ລາຍງານສະພາບເຫດການ ແລະ ຄວາມເສຍຫາຍຈາກໄຟໄໝ້ເຮືອນຂອງປະຊາຊົນ 32 ຫຼັງຢູ່ບ້ານສັນແຟນ ພ້ອມທັງກ່າວສະແດງຄວາມຂອບໃຈມາຍັງຄະນະອະດີດ ນັກຮຽນມັດທະຍົມເມືອງແປກວິລະຊົນ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ປະຊາຊົນຜູ້ເຄາະຮ້າຍຄັ້ງນີ້ ເປັນການປະກອບສ່ວນໃຫ້ກຳລັງໃຈແກ່ຜູ້ເຄາະຮ້າຍ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອ ຈາກອະດີດນັກຮຽນມັດທະຍົມເມືອງແປກວິລະຊົນຕື່ມອີກ.